
ໃນເວລາ 14 ໂມງ 30 ນາທີ ຂອງວັນທີ 12 ເດືອນທັນວາຕາມເວລາທ້ອງຖີ່ນຂອງປະເທດເອຢິບ,ຜົນການແຂ່ງຂັນຮອບສຸດທ້າຍຂອງຕົວເມືອງສວນດອກໄມ້ສາກົນປະຈຳປີ 2018 ໄດ້ປະກາດຜົນອອກມາ,ນະຄອນຄຸນໝິງໄດ້ຮັບລາງວັນຫຼຽນຄຳເຊິ່ງເປັນອັນດັບສູງສຸດໃນງານແຂ່ງຂັນ ໂດຍອີງຕາມການວາງສະແດງທີ່ດີເດັ່ນຂອງຜົນງານການກໍ່ສ້າງຕົວເມືອງແລະການສະແດງທີ່ດີເລີດໃນຂັ້ນຕອນການຕັດສິນໃນການແຂ່ງຂັນ,ຈຶ່ງກາຍເປັນ “ຕົວເມືອງສວນດອກໄມ້ສາກົນ”ແຫ່ງທຳອິດຂອງອານາຈັກພຶກສາສາດຢຸນນານ.