ທ່ານ ສີ​ຈິ້ນ​ຜິງ ສົ່ງ​ສານ​ຊົມ​ເຊີ​ຍ​ເຖິງກອງ​ປະ​ຊຸມ​ສາ​ກົນ “​ເຂົ້າ​ໃຈ​ຈີນ”

2018-12-17 17:09:19 |ມາຈາກ: CRI

ກອງ​ປະ​ຊຸມ​ສາ​ກົນ “​ເຂົ້າ​ໃຈ​ຈີນ” ຄັ້ງ​ທີ 3 ໄດ້​ໄຂ​ຂຶ້ນ​ຢູ່ນ​ະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 16 ທັນ​ວານີ້. ທ່​ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ ໂດຍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່​ບຸກ​ຄົນສຳ​ຄັນ​ໃນ​ວົງ​ການຕ່າງໆ ເຊັ່ນ: ​ການ​ເມືອງ, ຍຸດ​ທະ​ສາດ, ວິ​ສາ​ຫະ​ກິດ ແລະ​ວິ​ຊາ​ການ​ຂອງ​ບັນ​ດາ​ປະ​ເທດ​ທີ່​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ໂລກໃນ​ປັດ​ຈຸ​ບັນ ໄດ້​ຜະ​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ, ແຕ່​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ ຍັງ​ແມ່ນ​ຫົວ​ຂໍ້ຫຼັກ​ຂອງ​ຍຸກ​ສະ​ໄໝ, ຂະ​ນະ​ດຽວ​ກັນ, ມະ​ນຸດ​ເຮົາ​ກໍ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນຢ່າງຫຼວງຫຼາຍ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນ​ການ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ສ້າງ​​ສາຍພົວ​ພັນ​ລະ​ຫວ່າງ​ຊາດ​ແບບ​ໃໝ່​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ມີ​ຄວາມ​ຍຸ​ຕິ​ທຳ​, ມີ​ຄວາມ​ເປັນ​ທຳ, ຮ່ວມ​ມື ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ປະ​ໂຫຍດ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ປະ​ກອ​ບ​ສ່ວນ​ໃໝ່​ໃຫຍ່ຫຼວງ ກວ່າ​ເກົ່າ​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ​.

ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ວ່າ: ປີນີ້​ແມ່ນ​ປີ​ຄົບ​ຮອບ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ. ຕະຫຼອດ​ໄລ​ຍະ 40 ປີ​ທີ່​ຜ່ານ​ມາ ເປັນ​ການ​ຂຽນ​ປຶ້ມ​ປະ​ຫວັດ​ສາດ​ໜ້າ​ໃໝ່​ທີ່​ສະ​ຫງ່າ​ຜ່າ​ເຜີຍ​ຂອງ​ການ​ພັດ​ທະ​ນາ​ຂອງ​ຈີນ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ໂລກ ໄດ້​ໃກ້​ຊິດກັນ​ຂຶ້ນ​ຕື່ມ​ອີກ. ຈີນ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ​ແລະ​ເປີດກວ້າງ​ການ​ເປີດ​ປະ​ຕູ​ຢ່າງ​ຮອບ​ດ້ານ, ຍຶດ​ໝັ້ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ທັດ​ສະ​ນະ​ການ​ພັດ​ທະ​ນາ​ໃໝ່, ລົງ​ເລິກ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ອົງ​ປະ​ກອບ​ດ້ານ​ການ​ສະ​ໜອງ, ຊຸກ​ຍູ້​ວຽກ​ງານ​ຕ່າງໆ ຄື: ເຮັດ​ໃຫ້​ການ​ເຕີບ​ໂຕ​ມີ​ຄວາມ​ໝັ້ນ​ທ່ຽງ, ຊຸກ​ຍູ້​ການ​ປະ​ຕິ​ຮູບ, ປັບ​ປຸງ​ອົງ​ປະ​ກອບ, ສ້າງ​ຜົນ​ປະ​ໂຫຍດ​​ແກ່ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ປ້ອງ​ກັນ​ຄວາມ​ສ່ຽງ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ຊຸກ​ຍູ້​ເສດ​ຖະ​ກິດ​ຈີນ​ໃຫ້​ມີ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ ເພື່ອ​ສະ​ໜອງ​ໂອ​ກາດ​ການ​ຮ່ວມ​ມື​ໃຫ້​ໂລກຫຼາຍກວ່າ​ເກົ່າ.

ທ່ານ ສີ​ຈິ້ນ​ຜິງ ຫວັງ​ວ່າ: ແຂກ​ທີ່​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຈະ​ລົງ​ເລິກ​ປຶກ​ສາ​ຫາ​ລື​ກັນ, ເຕົ້າ​ໂຮມ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ, ເພີ່ມ​ທະ​ວີ​ການ​ເຂົ້າ​ໃຈ​ປະ​ເທດ​ຈີນ​ໃຫ້​ດີກວ່າ​ເກົ່າ ແລະ​ຊ່ວຍ​ໂລກ​ເຂົ້າ​ໃຈ​ປະ​ເທດ​ຈີນ​ໃຫ້​ດີກວ່​າ​ເກົ່າ, ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ໂລກ ແລະ​ບັນ​ລຸ​ເປົ້າ​ໝາຍການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.