ປີ 2018 ນີ້ເປັນປີຄົບຮອບ 40 ປີແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນ ແລະເປັນປີຄົບຮອບ 32 ປີທີ່ ສປປ ລາວແລະ ສສ ຫວຽດນາມດຳເນີນການປ່ຽນແປງໃໝ່. ຄັງສະໝອງແລະສື່ມວນຊົນຂອງ 3 ປະເທດລ້ວນແຕ່ໃຫ້ຄວາມສຳຄັນຕໍ່ການຖອດຖອນບົດຮຽນໃນການປະຕິຮູບແລະເປີດປະຕູສູ່ພາຍນອກເຊິ່ງກັນແລະກັນ ເພື່ອຊຸກຍູ້ການພັດທະນາຊາດຕົນຕື່ມອີກ.
ທ່ານ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງແລະການປົກຄອງແຫ່ງຊາດລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸ CRI ວ່າ: ເວົ້າສຳລັບລາວແລ້ວ, ບົດຮຽນຂອງຈີນໃນການປະຕິຮູບ, ເປີດປະຕູສູ່ພາຍນອກແລະສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ເປັນສິ່ງທີ່ໜ້າຖອດຖອນຮ່ຳຮຽນນຳຢ່າງຫຼວງຫຼາຍ. ແຕ່ລະປີ ພວກເຮົາກໍຈະສົ່ງພະນັກງານໄປແຫ່ງຕ່າງໆຂອງຈີນເພື່ອຖອດຖອນເອົາບົດຮຽນການພັດທະນາຂອງຈີນ, ຫຼັງຈາກພວກເຂົາເຈົ້າກັບຄືນລາວແລ້ວ ກໍຈະນຳເອົາບົດຮຽນອັນລ້ຳຄ່າເຫຼົ່ານີ້ໄປຈັດຕັ້ງປະຕິບັດໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນ. ຂ້າພະເຈົ້າເຫັນວ່າ, ການທີ່ຍຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມ, ພັດທະນາອຸດສາຫະກຳຢ່າງແຂງແຮງ, ດຶງດູດເອົາທຶນຕ່າງປະເທດ ແລະເພີ່ມມິດກັບສາກົນຢ່າງກວ້າງຂວາງ, ທັງໝົດເຫຼົ່ານີ້ລ້ວນແຕ່ແມ່ນບົດຮຽນທີ່ພວກເຮົາຖອດຖອນເອົາໄດ້.
ທ່ານ ທວນຮິວ ກຳມະການສູນກາງພັສກກອມມູນິດຫວຽດນາມ, ປະທານສະມາຄົມນັກຂ່າວ, ທັງເປັນຫົວໜ້າບັນນາທິການຂອງໜັງສືພິມປະຊາຊົນຂອງຫວຽດນາມໃຫ້ສຳພາດຕໍ່ນັກຂ່າວວິທະຍຸ CRI ວ່າ: ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນເວລາ 40 ປີຂອງຈີນ ເປັນບົດຮຽນອັນລ້ຳຄ່າສຳລັບບັນດາປະເທດໃນໂລກ ລວມທັງຫວຽດນາມ, ຫວຽດນາມແລະຈີນມີສະພາບທີ່ຄ້າຍຄືກັນຢ່າງຫຼວງຫຼາຍ ໂດຍສະເພາະໃນດ້ານວັດທະນະທຳແລະໂຄງປະກອບການເມືອງ.