ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ຈັດ​ພິທີ​ຕ້ອນຮັບ​ປີ​ໃໝ່ 2019

2018-12-20 17:05:15 |ມາຈາກ: Yunnan Gateway

ວັນ​ທີ 19 ທັນວາ​ນີ້, ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ໄດ້​ຈັດ​ພິທີ​ຕ້ອນຮັບ​ປີ​ໃໝ່ 2019 ຢູ່​ຫໍພິພິທະ​ພັນ​ແຫ່ງ​ຊາດ​ຈີນ, ທ່ານ​ຮວງ​ຂຸ່ນ​ມີ​ງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

ທ່ານ​ຮວງ​ຂຸ່ນ​ມີ​ງ​ໄດ້ພົບ​ປະ​ໂອ້​ລົມ​ກັບ​ແຂກ​ຜູ້​ມີ​ກຽດ​ຈີນ ​ແລະຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ ​ແລະ​ສະ​ແດງ​ຄວາມ​ຂອບ​ໃຈ​ໃ​ນ​ຄວາມ​ພະຍາຍາມ​ຂອງ​ບັນດາ​ທ່ານ​ໃນ​ການ​ເລົ່າ​ນິທານ​ເລື່ອງ​ເມືອງ​ຈີນ​ທີ່​ດີ, ສົ່ງ​ເສີມ​ການ​ສື່ສານແລກປ່ຽນ​ກັນລ​ະຫວ່າງ​ຈີນກັບ​ຕ່າງປະ​ເທດ ​ແລະ​ອື່ນໆ. ທ່ານ​ກ່າວ​ວ່າ: ປີ 2019 ​ແມ່ນປີ​ທີ່ສາທາລະນະ​ລັດ​ ປະຊາຊົນ​ຈີນ​ສະຖາປະນາ​ຂຶ້ນ​ຄົບຮອບ 70 ປີ, ​ໃນ 70 ປີຜ່ານມາ, ປະຊາຊົນ​ຈີນ​​ໄດ້ບຸກບືນ​ສູ້​ຊົນຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສ້າງສາ​ພັດທະນາ​ປະ​ເທດ​ໃຫ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​​ແບບ​ໜ້າ​ມື​ເ​ປັນ​ຫຼັງ​ມື. ຫວັງ​ວ່າ​ເພື່ອນ​ມິດ​ຕ່າງປະ​ເທດ​ຈະ​ມາ​ທ່ຽວມາ​ເບິ່ງ​ຈີນ​​ໃຫ້​ຫຼາຍ​ກວ່າ​ເກົ່າ, ຮັບ​ຮູ້​ສະພາບ​ຄວາມ​ເປັນ​ຈິງດ້ານ​ການ​ພັດທະນາຂອງ​ຈີນ ​ແລະ​​ເລົ່າ​ເລື່ອງ​ຈີນ​ໃນ​ຄວາມ​ເປັນ​ຈິງ​ໃນ​ຫຼາຍ​ແງ່​ມູມ ​ແລະ​ຮອບດ້ານ​ຕໍ່ຊາວ​ໂລກ.

ນອກຈາກ​ນີ້, ຍັງ​ມີ​ນັກວິຊາການສື່​ມວນ​ຊົນ​ພາຍ​ໃນ ​ແລະ​ຕ່າງປະ​ເທດ, ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງ​ອົງການ​ສູນ​ກາງພັກ ​ແລະລັດ​ແຫ່ງ​ຊາດ, ​ເອກ​ອັກຄະ​ລັດຖະທູດ​ຕ່າງປະ​ເທດ​ປະຈຳ​ຈີນ, ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ​ອື່ນໆ​ຈຳນວນຫຼາຍ​ກວ່າ 400 ຄົນ​ໄດ້​ເຂົ້າຮ່ວມ​ພິທີ​ດັ່ງກ່າວ.