ກອງປະຊຸມປຶກສາຫາລືແລະນຳສະເໜີຜະລິດຕະພັນກະສິກຳທີ່ມີສີສັນພິເສດຂອງເຂດທຸກຍາກຈີນຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 19 ທັນວານີ້ ໂດຍມີວິສາຫະກິດ 280 ແຫ່ງຈາກເມືອງທຸກຍາກ 220 ເມືອງຂອງ 21 ແຂວງ(ກຳແພງນະຄອນ,ເຂດປົກຄອງຕົນເອງ) ໄດ້ເຂົ້າຮ່ວມກອງປະຊຸມ. ເຊິ່ງມີຈຸດປະສົງເພື່ອຊຸກຍູ້ໜ່ວຍງານສະມາຊິກສະຫະພັນຫຼຸດຜ່ອນຄວາມທຸກຍາກດ້ວຍການຄ້າເອເລັກໂຕຣນິກຈີນກັບວິສາຫະກິດຜະລິດຕະພັນກະສິກຳໃຫ້ສາມາດເຊື່ອມຕໍ່ກັນດ້ານການຜະລິດແລະການຈຳໜ່າຍ,ຊຸກຍູ້ການອົບຮົມກໍ່ສ້າງຜູ້ປະກອບການດ້ານການຄ້າເອເລັກໂຕຣນິກຂອງເຂດທຸກຍາກ,ທັງເປັນຂົວຕໍ່ເພື່ອຊ່ວຍຜະລິດຕະພັນກະສິກຳທີ່ມີສີສັນພິເສດແລະດີເດັ່ນຂອງເຂດທຸກຍາກອອກໄປຈຳໜ່າຍຢູ່ທ້ອງຖິ່ນອື່ນກໍຄືໃນຂອບເຂດທົ່ວປະເທດ.