ປັກ​ກິ່ງ​ຈະ​ສ້າງ​ຮ້ານ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ນັບ​ຮ້ອຍ​ແຫ່ງ

2018-12-24 16:35:03 |ມາຈາກ: cri

​ແຫຼ່ງຂ່າວ​ຈາກ​ໜັງສືພິມ “ປັກ​ກິ່ງ​ລາຍ​ວັນ” ​ໃຫ້​ຮູ້​ວ່າ ​ຫວ່າງ​ມໍ່ໆ​ມາ​ນີ້, ອົງການ​ປົກຄອງ​ນະຄອນຫຼວງປັກ​ກິ່ງ ​ໄດ້ປະກາດ “​ແຜນການ​ສ້າງ​ເຂດ​ທົດ​ລອງ​ສັງ​ລວມການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ຈີນ(ປັກ​ກິ່ງ)” ​ໂດຍ​ລະບຸ​ວ່າ: ນະຄອນຫຼວງ​ປັກ​ກິ່ງ​ຈະ​ພະຍາຍາມ​ຄົ້ນຄວ້າ​ແລະ​ຈະປະຕິບັດ​​ໃຫ້​ເກີດ​ຜົນ​ຈິງ​ໃນ​ໄລຍະ 5 ປີ​ ເພື່ອສ້າງ​ວິ​ສາ​ຫະກິດ​ບໍລິການ​ສັງ​ລວມການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ໃຫ້​ໄດ້​ເຖິງ 100 ​ແຫ່ງ, ສ້າງສາ​ງ​ເຄື່ອງ​ແລະ​ສາງ​ພັກ​ສິນຄ້າ​​ຕ່າງປະ​ເທດ​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ 100 ​ແຫ່ງ, ຮ້ານ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ 100 ​ແຫ່ງ, ​ເຂດ​ນິຄົມ​ອຸດສາຫະກຳ​ການ​ຄ້າ​ເລັກ​ໂຕຣນິກຂ້າມ​ຊາດ 20 ​ແຫ່ງ ​ແລະ ​ໃຫ້​ມູນ​ຄ່າ​ການ​ຄ້າ​ສົ່ງ​ອອກ-ນຳ​ເຂົ້າການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ກວມ​ເອົາມູນ​ຄ່າ​ການ​ສົ່ງ​ອອກ​-ນຳ​ເຂົ້າ​ໃຫ້ບັນລຸ​ຫຼາຍກວ່າ 20%.

​ເດືອນ​ກໍລະກົດ​ປີ​ນີ້, ນະ​ຄອນຫຼວງປັກ​ກິ່ງ​ໄດ້​ຮັບການ​ອະນຸຍາດ​ໃຫ້​ເປັນ​ເຂດ​ທົດ​ລອງ​ສັງ​ລວມການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ງວດ​ທີ 3. ​ເພື່ອ​ຊຸກຍູ້​ການ​ສ້າງ​ເຂດ​ທົດ​ລອງ​ຢ່າງຮອບດ້ານ, ອົງການ​ທີ່​ກ່ຽວຂ້ອງ​ຂອງ​ນະຄອນຫຼວງປັກ​ກິ່ງ​ໄດ້​ຮ່ວມ​ກັນ​ຄົ້ນຄວ້າ​ແລະ​ວາງແຜນການ​ດັ່ງກ່າວ ​ເຊິ່ງ​ໄດ້​ກຳນົດ​ເປົ້າໝາຍ​ການ​ກໍ່ສ້າງ​ແລະ​ 10 ໜ້າ​ວຽກທີ່​ສຳຄັນ​ຢ່າງ​ຈະ​ແຈ້ງ.