ປີ 2019 GDP ຂອງ​ຈີນ​ອາດ​ຈະ​ເຕີບ​ໂຕ 6,3%

2018-12-24 16:37:08 |ມາຈາກ: cri

ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ຈີນ​ໄດ້​​ເປີດ​ເຜີຍ “ປື້​ມປົກ​ຟ້າ​ເສດຖະກິດ: ການ​ວິ​ເຄາະ​ແລະ​ຄາດ​ຄ​ະ​ເນ​ສະພາບ​ເສດຖະກິດ​ຈີນ​ປີ 2019” ​ໃນ​ວັນ​ທີ 24 ທັນວາ​ນີ້​ຢູ່​ນະຄອນຫຼວງປັກ​ກິ່ງ ​ໂດຍ​ລະບຸ​ວ່າ: ຄາດ​ວ່າ​ປີ 2019, ລວມຍອດ​​ຜະລິດ​ຕະພັນ​ພາຍ​ໃນ​ ຫຼື GDP ຂອງ​ຈີນ​ຈະ​ເຕີບ​ໂຕ 6,3%.

ປື້​ມປົກ​ຟ້າ ຊີ້​ໃຫ້​ເຫັນ​ວ່າ: ປີ 2018, ​ເສດຖະກິດ​ຈີນ​ມີ​ການ​ພັດທະນາ​ຢ່າງ​ໜັກ​ແໜ້ນ​ໂດຍ​ພື້ນຖານ ​ແລະ ສືບ​ຕໍ່​ຢູ່​ໃນ​ສະພາບ​ທີ່​ພັດທະນາຢ່າງ​ປອດ​ໃສ.

ຄະນະ​ຄົ້ນຄວ້າ ສະ​ຖາ​ບັນ​ວິທະຍາ​ສາດສັງຄົມ​ແຫ່ງ​ຊາດ​ ​ໄດ້​ສະ​ເໜີ​ວ່າ: ປີ 2019, ຈີນ​ຈະ​ຕ້ອງ​ດຳ​ເນີນ​ການ​ປະຕິ​ຮູບຢ່າງ​ເລິກ​ເຊິ່ງ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃຫ້​ກວ້າງຂວາງ​ອອກ​ຕື່ມ​ອີກ, ການ​ປະຕິ​ຮູບໂຄງ​ປະກອບ​​ການສະ​ໜອງ​ຈະ​ຫັນ​ໄປ​ສູ່​ການ​ເພິ່ງ​ພາ​ອາ​ໄສ​ພາຫະນະ​ການ​ຕະຫຼາດ​ເປັນຕົ້ນຕໍ; ຈັດຕັ້ງປະຕິບັດ​ນະ​ໂຍບາຍ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃຫ້​ກວ້າງຂວາງ​ອອກ​ຕື່ມ​ອີກ​ແລະ​ປັບຫຼຸດອັດຕາ​ພາສີ, ​ເປີດ​ກວ້າງ​ການ​ນຳ​ເຂົ້າຢ່າງ​ເໝາະ​ສົມ, ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ເຂັ້ມງວດ, ​ແກ້​ໄຂ​ບັນຫາ​ຄວາມ​ຂັດ​ແຍ້​ງທາງ​ການ​ຄ້າ​ໃຫ້​ເໝາະ​ສົມ ​ແລະ​ອື່ນໆ.