ເຮືອບິນ​ຜູ້​ໂດຍສານ ARJ21-700 ຈີນ​ເຂົ້າ​ຮ່ວມ​ການສະ​ແດງ​ການບິນ

2018-12-26 17:41:27 |ມາຈາກ: cri

ວັນ​ທີ 25 ທັນວາ​ນີ້, ​ເຮືອບິນ​ໂດຍສານ ARJ21-700 ທີ່ຈີນ​ຜະລິດເອງ​ໄດ້​ເຂົ້າ​ຮ່ວມ​ການສະ​ແດງ​ການບິນ​ຢູ່​ນະ​ຄອນ​ໄຫ​ໂຂ​ແຂວງ​ໄຫ​ຫຼຳ​. ​ເທື່ອ​ນີ້​​ເປັນ​ເທື່ອ​ທຳ​ອິດ​ຂອງ​ເຮືອບິນ ARJ21-700 ​ທີ່​ເຂົ້າ​ຮ່ວມ​ການສະ​ແດງການບິນ​ໂດຍສານ​ຂ້າມ​ທະ​ເລ​ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາມາ​ດ​ຂອງ​ເຮືອບິນລຸ້ນ​ນີ້​ພາຍ​ໃຕ້ສະພາບ​ດິນ​ຟ້າອາກາດທະ​ເລ​ເຂດ​ຮ້ອນ.

ການສະ​ແດງ​ຄັ້ງ​ນີ້​ໄດ້ບິນ​ຂຶ້ນ ​ແລະ​ລົງຈອດ​ຢູ່​ສະໜາມ​ບິນ​ສາກົນ​ເໝີຍ​ລານ​ໄຫ​ໂຂ, ​ໄດ້​ດຳ​ເນີນ​ການບິນໂດຍສານຂ້າມ​ທະ​ເລ​ເປັນ​ເວລາປະມານ 2 ​ຊົ່ວໂມງ 30 ນາທີ ​ເຊິ່ງ​ເປັນ​ການ​ສະ​ແດງ​ຄວາມ​ສາມາດ​ການ​ບິນ​ພາຍ​ໃຕ້ສະພາບ​ດິນ​ຟ້າ​ອາກາດ​ທະ​ເລ​​​ເຂດຮ້ອນ. ການ​ເຂົ້າ​ຮ່ວມ​ການສະ​ແດງ​ການບິນ​​ເທື່ອ​ນີ້​​ເປັນ​ການ​ເປີດ​ກວ້າງ​ຂົງ​ເຂດ​ການບິນ​ພາຍ​ໃນ​ປະ​ເທດ​ຂອງ​ເຮືອບິນ ARJ21-700. ມາຮອດ​ປັດຈຸບັນ​ນີ້, ​ເຮືອບິນ ARJ21-700 ​ໄດ້​ເດີນທາງ​ຂຶ້ນ​ລົງ​ໃນສະໜາມ​ບິນພາຍ​ໃນ​ປະ​ເທດ​ຫຼາຍ​ສິບ​ແຫ່ງ​ແລ້ວ​ ​ເຊິ່ງ​ເປັນ​ການ​ຢືນຢັນ​ຄວາມ​ສາມາດ​ຂອງ​ເຮືອບິນລຸ້ນ​ນີ້​ໃນ​ເຂດ​ຮ້ອນ​, ​ເຂດ​ຊຸ່ມ, ​ເຂ​ດພູ​ພຽງ ​ແລະ​ເຂດ​ໜາວ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການບິນ​ທາງ​ທຸລະ​ກິດ​ໃນ​ຂັ້ນ​ຕໍ່​ໄປ.