ຈີນ​ອະ​ນຸ​ມັດ​ນຳ​ເຂົ້າ​ເຂົ້າ​ສານ​ຈາກ​ອາ​ເມ​ຣິ​ກາ

2018-12-29 16:22:17 |ມາຈາກ: cri

ເວັບ​ໄຊ​ອົງ​ການ​ພາ​ສີ​ໃຫຍ່​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 27 ທັນ​ວາ​ນີ້​ວ່າ, ໂດຍ​ອີງ​ຕາມ​​ກົດ​ໝາຍ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນແລະ​ສັນ​ຍາ​ທີ່​ຖືກ​ຕ້ອງ​ຕາມ​ຫຼັກ​ອະ​ນາ​ໄມ​ສຳ​ລັບ​ການ​ສົ່ງ​ອອກ​ເຂົ້າ​ສານ​ອາ​ເມ​ຣິ​ກາ​​ໃຫ້​ຈີນ​ທີ່​ສອງ​ຝ່າຍ​ໄດ້​ລົງ​ນາມ​ກັນ, ຈີນ​​ໄດ້ອະ​ນຸ​ມັດ​ການ​ນຳ​ເຂົ້າ​ເຂົ້າ​ສານ​ຈາກ​ອາ​ເມ​ຣິ​ກາ, ແຕ່​ເຂົ້າ​ສານ​ທີ່​ອາ​ເມ​ຣິ​ກາ​ສົ່ງ​ອອກ​ໃຫ້​ຈີນ​ຕ້ອງ​ຖືກ​ກັບ “ການກວດກາ​​ຄຸນ​ນະພາ​ບແລະ​ກັກ​ກັນ​ພະຍາດ​ໃນ​ເຂົ້າ​ສານ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ຣິ​ກາ”. ຂະ​ນະ​ດຽວ​ກັນ​ອົງ​ການ​ພາ​ສີ​ໃຫຍ່​ຈີນ​ໄດ້​ເປີດ​ເຜີຍ​ເອ​ກະ​ສານຜະ​ໜວກ “ວ່າ​ດ້ວຍການກວດ​ກາ​ຄຸນ​ນະ​ພາບ​ແລະ​​ກັກ​ກັນພະ​ຍາດ​​ໃນ​ເຂົ້າ​ສານ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ຣິ​ກາ”.

ກ່ອນ​ໜ້າ​ນີ້, ເວັບ​ໄຊ​ຂອງກຸ່ມ​ບໍ​ລິ​ສັດ COFCO ຈີນ​​ເຄີຍ​ແຈ້ງ​ຂ່າວ​ໃນ​ວັນ​ທີ 19 ທັນ​ວາ​ນີ້​ວ່າ: “ເພື່ອ​ປະ​ຕິ​ບັດ​ຕາມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ມຸກ​ລັ​ດ​ສອງ​ປະ​ເທດ​ຈີນ​ແລະ​ອາ​ເມ​ຣິ​ກາ, ບໍ​ລິ​ສັດ​ຕົນ​ໄດ້​ນຳ​ເຂົ້າ​ຖົ່ວ​ເຫຼືອງ​ຈຳ​ນວນ​ໜຶ່ງ​ຈາກ​ອາ​ເມ​ຣິ​ກາ​​ໃນ​ເມື່ອ​ມໍ່​ດົນມາ​ນີ້.”