ຈີນ​ເລີ່​ມສ້າງ​​ເວທີສື່​ມວນ​ຊົນ 5G ລະ​ດັບ​ຊາດ​​ແຫ່ງ​ທຳ​ອິດ

2018-12-29 16:24:09 |ມາຈາກ: cri

​​​ເວທີສື່​ມວນ​ຊົນ​ໃໝ່​ລະດັບ​ຊາດ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຄືອ​ຂ່າຍ​ການ​ສື່ສານ​ເຄື່ອນ​ທີ່​ຮຸ່ນ​ທີ 5 ຫຼື 5G ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ໄດ້​ເລີ່​ມສ້າງ​ຂຶ້ນ​ແລ້ວ​ໃນ​ວັນ​ທີ 28 ທັນວາ​ນີ້​ຢູ່​ສະຖານີ​ວິທະຍຸ-​ໂທລະພາບ​ສູນ​ກາງ​ຈີນ.

​ໃນ​ວັນ​ດັ່ງກ່າວ ຢູ່​ນະຄອນຫຼວງປັກ​ກິ່ງ, ສະຖານີ​ວິທະຍຸ-​ໂທລະພາບສູນ​ກາງ​ ​​ແລະ ບໍລິສັດ​ໄຊ​ນາ​ເທ​ລີ​ຄອມ, ບໍລິສັດ​ໄຊ​ນາ​ໂມ​ບາຍ, ບໍລິ​ສັດ​ໄຊ​ນາ​ຢູນີຄອມ ພ້ອມ​ດ້ວຍ​ບໍລິສັດ​ຫົວ​ເຫວີຍ ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ສັນຍາ​ຂອບການ​ຮ່ວມ​ມື​ເພື່ອ​ສ້າງ​ເວທີສື່​ມວນ​ຊົນ​ໃໝ່ 5G. ອີງ​ຕາມ​ສັນຍາ​ດັ່ງກ່າວ, ສະຖານີ​ວິທະຍຸ-​ໂທລະພາບ​ສູນ​ກາງ ​ແລະ 4 ບໍລິສັດ​ດັ່ງກ່າວ​ຈະ​ຮ່ວມ​ມື​ກັນ​ເພື່ອ​ສ້າງເວທີ​ສື່​ມວນ​ຊົນ​ໃໝ່ 5G.

ຂ່າວ​ລາຍງານ​ຕື່ມ​ວ່າ ຫ້ອງ​ທົດ​ລອງ​ການ​ນຳ​ໃຊ້​ສື່​ມວນ​ຊົນ 5G ຈະ​ສຳ​ເລັດ​ການກວດກາເຕັກ​ນິກ​ໃນທຸກດ້ານ​ໃນ​ໄລຍະ​ 6 ​ເດືອນ​ຕົ້ນປີ 2019. ກ່ອນ​ໜ້າ​ນີ້, ສະຖານີ​ວິທະຍຸ​-​ໂທລະພາບ​ສູນ​ກາງ ກັບ 4 ບໍລິສັດ​ດັ່ງກ່າວ ​ໄດ້​ດຳ​ເນີນ​ການທົດ​ລອງການ​ສົ່ງ​ຂໍ້​ມູນ​ດ້ວຍ​ເຕັກນິກ 5G ​ເປັນ​ເວລາ 3 ​ເດືອນ ​ແລະ ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.