ພິທີເປີດປ້າຍຂອງສະຖາບັນໜັງສືແຫ່ງຄວາມຄິດຮອດບ້ານເກີດເມືອງນອນຈີນໄດ້ຈັດຂຶ້ນທີ່ປະເທດມຽນມາ

2019-01-17 16:18:45 |ມາຈາກ: Yunnan Gateway

ໃນວັນທີ 16 ມັງກອນ ພິທີເປີດປ້າຍຂອງສະຖາບັນໜັງສືແຫ່ງຄວາມຄິດຮອດບ້ານເກີດເມືອງນອນຈີນທີ່ນະຄອນມັນດາເລ ຂອງກຸ່ມບໍລິສັດສຳນັກພິມຢຸນນານໄດ້ຈັດຂຶ້ນທີ່ນະຄອນມັນດາເລປະເທດມຽນມາ.ອີງຕາມລາຍງານໄດ້ຮັບຮູ້ວ່າ, ພິທີເປີດປ້າຍດັ່ງກ່າວເປັນໜຶ່ງໃນກິດຈະກຳທີ່ເປັນລະບົບຂອງສັບປະດາວັດທະນະທຳລະຫວ່າງຈີນແລະມຽນມາ.

ຫ້ອງວາງສະແດງທີ່ມີເນື້ອທີ່ເຖິງ 400 ຕາແມັດນັ້ນໄດ້ແບ່ງປຶ້ມທີ່ມີຢູ່ຫລາຍພັນຫົວເປັນຫຼາຍພາກສ່ວນກໍຄື: “ການກໍ່ສ້າງ ‘ໜຶ່ງແລວທາງໜຶ່ງເສັ້ນທາງ’” “ການປະຕິຮູບແລະເປີດປະຕູສູ່ໂລກພາຍນອກ 40 ປີ” “ວັດທະນະທຳດັ້ງເດີມຂອງຊົນຊາດຈີນ” “ໜັງສືສຳລັບຊາວໜຸ່ມທີ່ດີເດັ່ນຂອງຈີນ”ແລະພາກສ່ວນອື່ນໆ.

ພ້ອມດຽວກັນນັ້ນ ກິດຈະກຳງານວາງສະແດງໜັງສືຫົວຂໍ້ສະເພາະບຸນປີໃຫມ່ກຸດຈີນກໍໄດ້ຈັດຂຶ້ນທີ່ກົມໜັງສືຮວາເວິນຊິນຈື່ມັນດາເລ.ກິດຈະກຳໄດ້ຖືເອົາໜັງສື “ການປົກຄອງປະເທດແລະບໍລິຫານການເມືອງຂອງ ສີຈິ້ນຜິງ”ສະບັບພາສາມຽນມາແລະ “ການຫຼຸດພົ້ນອອກຈາກຄວາມທຸກຍາກ”ເປັນໜັງສືຕົ້ນຕໍໃນການເຜີຍແຜ່,ດຳເນີນການແນະນຳແລະການວາງສະແດງໜັງສືຈີນທີ່ດີເດັ່ນທີ່ກ່ຽວພັນເຖິງແຕ່ລະພາກສ່ວນ ເຊິ່ງເປັນການເປີດຊ່ອງທາງໃຫ້ແກ່ປະຊາຊົນມຽນມາໃຫ້ເຂົາເຈົ້າຮັບຮູ້ແລະເຂົ້າໃຈປະເທດຈີນຍິ່ງຂຶ້ນ.