ຖ້ຽວລົດໄຟຄວາມໄວສູງ “ເບີລີ້ຈ່ຽງ”ລະຫວ່າງລີ້ຈ່ຽງຫາຊຽງໄຮໄດ້ອອກເດີນທາງໃນວັນທີ 24

2019-01-25 16:09:45 |ມາຈາກ: Yunnan Gateway

ໃນເວລາ 10 ໂມງ 37 ນາທີຂອງວັນທີ 24 ລົດໄຟຄວາມໄວສູງສາຍ G1376/1 ທີ່ເຕັມໄປດ້ວຍບັນຍາກາດວັດທະນະທຳຊົນເຜົ່າຂອງເມືອງລີ້ຈ່ຽງແຂວງຢຸນນານໄດ້ອອກເດີນທາງຈາກສະຖານີລົດໄຟພາກໃຕ້ຄຸນໝິງ ເຊິ່ງຈະຜ່ານ 6 ແຂວງແລະໄປເຖິງສະຖານີຫົງຈ້ຽວນະຄອນຊຽງໄຮ.ດ້ວຍເຫດນີ້, ຖ້ຽວລົດໄຟການທ່ອງທ່ຽວແລະວັດທະນະທຳລະຫວ່າງຊຽງໄຮແລະຄຸນໝິງ“ເບີລີ້ຈ່ຽງ”ໄດ້ເລີ່ມອອກເດີນທາງຢ່າງເປັນທາງການ.ເມືອງລີ້ຈ່ຽງໄດ້ຖືເອົາລົດໄຟຄວາມໄວສູງເປັນເຄື່ອງບັນທຸກ,ເພື່ອປະດິດສ້າງ “ນາມບັດໃໝ່ທີ່ເຄື່ອນໄຫວ” ເຊິ່ງເປັນມາດຕະການອີກອັນໜຶ່ງຂອງວິທີການໂຄສະນາການທ່ອງທ່ຽວຢ່າງມີຄວາມຄິດສ້າງສັນ.

ໂດຍໄດ້ຮັບຮູ້ວ່າ, ເສັ້ນທາງການແລ່ນຂອງລົດໄຟຄວາມໄວສູງ “ເບີລີ້ຈ່ຽງ”ເປັນເສັ້ນທາງລົດໄຟຄວາມໄວສູງທີ່ມີໄລຍະຄວາມຍາວຈາກພາກຕາເວັນຕົກຫາພາກຕາເວັນອອກທີ່ຍາວທີ່ສຸດແລະຜ່ານແຂວງອື່ນຈຳນວນຫຼາຍທີ່ສຸດຂອງປະເທດຈີນ.ຖ້ຽວລົດໄຟນີ້ໄດ້ເດີນທາງຈາກສະຖານີລົດໄຟພາກໃຕ້ຄຸນໝິງ ຜ່ານຕົວເມືອງເອກແລະກຳແພງນະຄອນຈຳນວນ 6 ແຫ່ງກໍຄື:ຄຸນໝິງ ກຸ້ຍຢາງ ສາງຊາ ນານຊາງ ຫາງໂຈ່ແລະຊຽງໄຮເປັນຕົ້ນ,ໄລຍະຄວາມຍາວຂອງການເດີນທາງມີເຖິງ 2252 ກິໂລແມັດ ເວລາການເດີນທາງຈາກຈຸດເລີ່ມຕົ້ນຫາຈຸດຫມາຍປາຍທາງຄັ້ງໜຶ່ງແມ່ນ 12 ຊົ່ວໂມງ19 ນາທີ.