ຮູບຖ່າຍທາງອາກາດທີ່ບ້ານເກົ່າແກ່ຊົນເຜົ່າຢີຈີຈົວແຂວງຢຸນນານ

2019-03-22 16:52:51 |ມາຈາກ: Yunnan Gateway

ບ້ານຈີຈົວເປັນບ້ານນ້ອຍແຫ່ງໜຶ່ງທີ່ຕັ້ງຢູ່ຕາແສງຈອງເຫີຢ່ອງເນີນກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີແຂວງຢຸນນານ,ໃນວັນທີ 15 ເດືອນໜຶ່ງຕາມປະຕິທິນຈັນທະຄະຕິຈີນຂອງທຸກປີ,ຊາວນາບ້ານຈີຈົວກໍ່ຈັດງານເທດສະການການແຂ່ງຂັນເຄື່ອງນຸ່ງຂອງຊົນເຜົ່າຢີ,ຮີດຄອງປະເພນີນີ້ໄດ້ຮັບການສືບທອດມາເຖິງປັດຈຸບັນເປັນເວລາ1300ກວ່າປີແລ້ວ.ຄຽງຄູ່ກັບການພັດທະນາຂອງການຄົມມະນາຄົມຂົນສົ່ງແລະໂທລະຄົມຂອງແຂວງຢຸນນານ,ໃນປັດຈຸບັນ,ບ້ານຈີຈົວອີງໃສ່ວັດທະນະທຳການແຂ່ງຂັນເຄື່ອງນຸ່ງ,ເພື່ອພັດທະນາການທ່ອງທ່ຽວຊົນນະບົດ,ປະຕິບັດການຟື້ນຟູເຂດຊົນນະບົດ.