ວັນທີ 26 ພຶດສະພາ, ໃນສວນຈ່ຽວເຢຍນະຄອນຄຸນໝິງ, ດອກຊິວຂີວ ຫລື ດອກໄຮເດຣນເຈຍ (Hydrangea macrophylla) ທີ່ມີຫລາຍສີເຊັ່ນ: ສີຟ້າ,ສີແດງ,ສີບົວ ແລະ ສີອື່ນໆໄດ້ດຶງດູດນັກທ່ອງທ່ຽວມາສວນຊົມເບິ່ງດອກໄມ້ ແລະ ຖ່າຍຮູບຢ່າງຫລວງຫລາຍ. ໃນຊຸມປີມໍ່ໆມານີ້, ດອກຊິວຂີວເປັນດອກໄມ້ອັນຕົ້ນຕໍຂອງສວນຈ່ຽວເຢຍທີ່ບານໃນລະດູຮ້ອນ. ດອກໄມ້ນີ້ໃນໄລຍະເລີ່ມຕົ້ນອອກດອກຈະເປັນສີຂຽວ,ເມື່ອເວລາຜ່ານໄປ,ດອກນີ້ຈະປ່ຽນເປັນສີຂາວ,ສີບົວ ແລະ ສີແດງຊ້ຳ,ສີຂອງດອກໄມ້ນັບມື້ຍິ່ງປ່ຽນເປັນສີສວຍສົດງົດງານ. ອີງຕາມຂໍ້ມູນ, ງານວາງສະແດງດອກຊິວຂີວ ແລະ ດອກລິນລີ້ຄັ້ງທີສາມຂອງສວນຈ່ຽວເຢຍນະຄອນຄຸນໝິງຈະຈັດໄປເຖິງວັນທີ 31 ສິງຫາ.