ວັນທີ 26 ຫາວັນທີ 29 ພຶດສະພານີ້, ງານວາງສະແດງອຸດສາຫະກຳຖານຂໍ້ມູນໃຫຍ່ສາກົນຈີນ 2019 ໄດ້ຈັດຂຶ້ນຢູ່ນະຄອນກຸ້ຍຢາງແຂວງກຸ້ຍໂຈ່ວ. ໃນຖານະເປັນໜຶ່ງໃນງານວາງສະແດງຂອງງານວາງສະແດງດີຈີຕອນປີນີ້, ງານວາງສະແດງສິລະປະດີຈິຕອນແບບພິເສດພາຍໃຕ້ຫົວຂໍ້ “ສະແຫວງຫາຄວາມໄຝ່ຝັນ·ອະນາຄົດ” ໄດ້ດຶງດູດຜູ້ຊົມຢ່າງຫຼວງຫຼາຍເຂົ້າມາສຳຜັດກັບວິທະຍາສາດເຕັກນິກ ແລະ ຮູບແບບສິລະປະພິເສດ.