“ສ່ວນປະກອບຂອງຢຸນນານ” ໃນງານ​ຕະ​ຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ປີ 2019

2019-05-30 18:01:21 |ມາຈາກ: Yunnan Gateway

ໃນ​ວັນ​ທີ 28 ພຶດ​ສະ​ພາ​,ງານ​ຕະ​ຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ປີ 2019 ໄດ້​ຈັດຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ.ງານຕະຫຼາດຄັ້ງນີ້ມີວິສາຫະກິດແລະອົງການທີ່ມາຈາກ130 ປະເທດແລະພາກພື້ນເຂົ້າຮ່ວມ, ດຳເນີນການວາງສະແດງແລະປຶກສາຫາລືການຮ່ວມມືໃນ 12 ເຂດດ້ານການຄ້າການບໍລິການ.

ອີງຕາມຂໍ້ມູນ,ຄະນະຜູ້ແທນແຂວງຢຸນນານຈາກ 13 ວິສາຫະກິດລວມທັງໝົດ 70 ກວ່າຄົນເຂົ້າຮ່ວມການວາງສະແດງໃນງານ​ຕະ​ຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນຄັ້ງນີ້,ແລະ ຈະດຳເນີນການປະຊາສຳພັນແລະການວາງສະແດງໃນດ້ານການຄ້າການບໍລິການອັນສຳຄັນເຊັ່ນ: ດ້ານການບໍລິການແພດໝໍຈີນແລະຢາພື້ນເມືອງ,ການຄ້າວັດທະນະທຳແລະອື່ນໆ.

ຊາພູເອີ,ໄມ້ໄຜ່ກັບເຄື່ອງປັ້ນດິນເຜົາປະສົມກັນຜະລິດເປັນຈອກນ້ຳຊາ,ຊຸດນ້ຳຊາ,ຜະລິດຕະພັນຫັດຖະກຳຊົນເຜົ່າແລະຜະລິດຕະພັນອື່ນໆ,ບໍ່ພຽງແຕ່ສະແດງສະເໜ່ຂອງຫັດຖະກຳມູນເຊື້ອປະເພນີແຂວງຢຸນນານ,ແລະດຶງດູດນັກທ່ອງທ່ຽວມາຊົມເບິ່ງ,ແຕ່ຍັງມີຜະລິດຕະພັນທີ່ໄດ້ຮັບການຈຳໜ່າຍໄປ20 ກວ່າແຂວງແລະເມືອງໃນ ສປ ຈີນແລະສົ່ງອອກໄປຍັງຫຼາຍປະເທດແລະພາກພື້ນທົ່ວໂລກ.

ນອກຈາກເຂົ້າຮ່ວມວາງສະແດງແລະກອງປະຊຸມແນະນຳແລ້ວ,ຄະນະຜູ້ແທນແຂວງຢຸນນານຈະເຂົ້າຮ່ວມເວທີປາໄສສາກົນ,ກອງປະຊຸມຂະແໜງການແລະກິດຈະກຳອື່ນໆ,ຊຸກຍູ້ວິສະຫາກິດການຄ້າການບໍລິການຂອງແຂວງຢຸນນານເຂົ້າຮ່ວມການຮ່ວມມືເສດຖະກິດສາກົນຢ່າງຕັ້ງໜ້າ,ຍົກລະດັບການພັດທະນາການຄ້າການບໍລິການຂອງແຂວງຢຸນນານໃຫ້ນັບມື້ນັບສູງຂຶ້ນ.