ອາຄານ​ຜູ້​ໂດຍສານຂອງ​ສະໜາ​ມບິນ​ສາກົນ​ຕາ​ຊິ່ງນະຄອນຫຼວງ​ປັກ​ກິ່ງ​​ໃກ້​ຈະກໍ່ສ້າງ​ສຳ​ເລັດ​ແລ້ວ

2019-06-19 17:38:24 |ມາຈາກ: CRI

ວັນ​ທີ 18 ມິຖຸນາ​ນີ້, ຮູບ​ພາບ​ພາຍໃນ​ອາຄານ​ຜູ້​ໂດຍສານ​ຂອງ​ສະໜາ​ມບິນ​ສາກົນ​ຕາ​ຊິ່ງນະຄອນຫຼວງ​ປັກ​ກິ່ງ. ປັດຈຸບັນ​ນີ້, ​ໂຄງການກໍ່​ສ້າງ​ອາຄານ​ຜູ້​ໂດຍສານ​​ໄດ້​ເຂົ້າ​ສູ່​ໄລຍະ​ການທົດ​ລອງ​ນຳ​ໃຊ້ ​ແລະ​ສຳ​ຫຼວດກວດກາ, ຄາດ​ວ່າ​ໃນ​ທ້າຍ​ເດືອນ​ມິຖຸນາ​ນີ້​ ​ໂຄງການ​ດັ່ງກ່າວ​ຈະ​ສຳ​​ເລັດການ​ກໍ່ສ້າງ. ​ແລ້ວ​ສະໜາມ​ບິນ​ສາກົນ​ຕາ​ຊິ່ງນະຄອນຫຼວງ​ປັກ​ກິ່ງ​ຈະ​ເຂົ້າ​ສູ່​ໄລຍະ​ທົດ​ລອງ​ນຳ​ໃຊ້ ​ແລະ​ຝຶກ​ຊ້ອມ​ຕົວ​ຈິງ​ກ່ອນ​​ເປີດ​​ໃຫ້​ບໍລິການກ່ອນ​ວັນ​ທີ 30 ກັນຍາ​ໜ້າ​ນີ້ຕາມ​ແຜນການ​ທີ່​ວາງ​ໄວ້.