ຕອນເຊົ້າ, ແສງແດດສ່ອງແສງໃສ່ພູຫິມະເມີຍລີ້ຈົນເປັນສີຄຳ ເຊິ່ງພູດັ່ງກ່າວຕັ້ງຢູ່ເມືອງເດີຊິງກິ່ງແຂວງປົກຄອງຕົນເອງຊົນເຜົ່າຕິເບດດີຊິງແຂວງຢຸນນານ, ຫຼັງຈາກນັ້ນ, ຈຶ່ງກາຍເປັນພາບວິວ “ແສງແດດສ່ອງແສງພູສີຄຳ ” ທີ່ສວຍງາມ.
ຍອດພູຂາວາເກີໂປຂອງພູຫິມະເມີຍລີ້, ເປັນສະຖານທີ່ທີ່ສູງຈາກລະດັບຫນ້ານໍ້າທະເລທີ່ສຸດໃນຢຸນນານ, ມີຄວາມສູງ 6740 ແມັດ, ເປັນພູຫິມະທີ່ສວຍງາມທີ່ສຸດແຫ່ງໜຶ່ງໃນໂລກ, ມີສົມຍານາມວ່າ “ເທວະດາແຫ່ງພູຫິມະ”. ໃນມື້ມໍ່ໆມານີ້, ສ່ວນຫຼາຍທ້ອງຟ້າອາກາດແຈ້ງໃສດີ, ເວລາສ່ວນໃຫຍ່ກໍຈະສາມາດແນມເຫັນພູເທວະດາ.