ຂ່າວດີ! ລົດໄຟຄວາມໄວສູງລະຫວ່າງຄຸນໝິງຫາເມີງຈື້ຈະເປີດບໍລິການໃນວັນທີ 5 ລາຄາຂອງບີ້ແມ່ນ……

2019-01-03 15:36:03 |ມາຈາກ: Yunnan Gateway

ໃນວັນທີ 5 ເດືອນມັງກອນ ອົງການເສັ້ນທາງລົດໄຟຈະເປີດນຳໃຊ້ລົດໄຟຄວາມໄວສູງຈາກຄຸນໝິງຫາລີ້ຈ່ຽງແລະເມີງຈື້,ລາຄາປີ້ລົດຂອງລະດັບທີ 2 ແມ່ນ 197 ຢວນແລະ 74 ຢວນ,ປີ້ລົດຂອງທັງສອງບ່ອນຈະເລີ່ມຂາຍໃນວັນທີ 1 ມັງກອນ ປີ 2019.

ຫຼັງຈາກເປີດນຳໃຊ້ລົດໄຟຄວາມໄວສູງແລ້ວ, ຈະເປີດລົດໄຟຄວາມໄວສູງລະຫວ່າງຄຸນໝິງຫາລີ້ຈ່ຽງຈຳນວນ 3 ຄູ່, ເວລາການເດີນທາງທີ່ສັ້ນທີ່ສຸດແມ່ນ 2 ຊົ່ວໂມງ 58 ນາທີ,ເວລາທີ່ຍາວທີ່ສຸດແມ່ນ 3 ຊົ່ວໂມງ 36 ນາທີ,ປະຢັດເວລາລົງ 6.5 ຊົ່ວໂມງລົງເມື່ອປຽບທຽບກັບລົດໂດຍສານທົ່ວໄປ.ໃນໄລຍະເລີ່ມຕົ້ນຂອງການເປີດການບໍລິການ ລາຄາຂອງປີ້ລົດທີ່ຕໍ່າທີ່ສຸດໃນລະດັບທີ 2 ລະຫວ່າງຄຸນໝິງຫາລີ້ຈ່ຽງແມ່ນ 197 ຢວນ, ສູງທີ່ສຸດແມ່ນ 220 ຢວນ.

ໃນພາຍຫນ້າ,ຈະເປີດລົດໄຟຄວາມໄວສູງລະຫວ່າງຄຸນໝິງຫາເມີງຈື້ຈຳນວນ 3 ຄູ່ ເວລາການເດີນທາງທີ່ສັ້ນທີ່ສຸດແມ່ນ 1ຊົ່ວໂມງ 56 ນາທີ,ເວລາທີ່ຍາວທີ່ສຸດແມ່ນ 2 ຊົ່ວໂມງ 06 ນາທີ,ປະຢັດເວລາລົງປະມານ 1 ຊົ່ວໂມງລົງເມື່ອປຽບທຽບກັບລົດໂດຍສານທົ່ວໄປ.ລາຄາຂອງປີ້ລົດໃນລະດັບທີ 2 ລະຫວ່າງຄຸນໝິງຫາເມີງຈື້ແມ່ນ 74 ຢວນ ຄຸນໝິງຫາຈ້ຽນສຸຍແມ່ນ 220 ຢວນ.