ດອກເຫມີຍຂອງລາດຊະວົງໝິງໄດ້ເບັ່ງບານອອກມາແລ້ວ

2019-01-07 15:43:50 |ມາຈາກ: Yunnan Gateway

ຊຸມມື້ມານີ້ ດອກເຫມີຍຂອງລາດຊະວົງໝິງສອງຕົ້ນ “ຫຼົງຖານເຝິ້ນ”ທີ່ມີອາຍຸຍາວນານເຖິງ 400 ກວ່າປີພາຍໃນສວນສາທາລະນະໄຮຫຼົງຖານຂອງນະຄອນຄຸນໝິງໄດ້ພາກັນເບັ່ງບານອອກດອກແລ້ວ,ກິ່ນຫອມຂອງມັນແມ່ນປິວໄປທົ່ວທຸກທິດ ແລະໄດ້ດຶງດູດຄົນຈຳນວນຫລາຍມາເບິ່ງຊົມ.“ຫຼົງຖານເຝິ້ນ”ເປັນດອກເຫມີຍປະເພດດຽວທີ່ມີຢູ່ພຽງແຂວງຢຸນນານ ສີດອກຂອງມັນແມ່ນສີຂາວອົມບົວ ເປັນດອກເຫມີຍທີ່ເບັ່ງບານໄວທີ່ສຸດໃນກຸ່ມປະເພດດອກເຫມີຍທີ່ບານໄວ.ໃນປັດຈຸບັນ ສວນສາທາລະນະໄຮຫຼົງຖານຂອງຄຸນໝິງໄດ້ມີຕົ້ນດອກເຫມີຍບູຮານທີ່ລໍ້າຄ່າຈຳນວນ 69 ຕົ້ນກໍຄື: “ຫຼົງຖານເຝິ້ນ” “ຫົງຮວາຍປ້າວຈື”ແລະອື່ນໆ,ຕົ້ນດອກເຫມີຍ “ຖາງເໝີຍ”ທີ່ມີອາຍຸສູງທີ່ສຸດກໍໄດ້ມີປະຫວັດສາດເຖິງ 1300 ກວ່າປີແລ້ວ.