ໄປເປັນ“ເທບທິດາ”ທີ່ພູລາວຈູນ

2019-01-22 15:31:16 |ມາຈາກ: Yunnan Gateway

ສວນສາທາລະນະແຫ່ງຊາດພູລາວຈູນຂອງເມືອງລີ້ຈ່ຽງແຂວງຢຸນນານຖືກເອີ້ນເປັນ “ເຂດສະຫງວນພັນພືດແລະສັດ”,ເປັນ“ບ່ອນບັນຈົບກັນຂອງແມ່ນໍ້າ 3 ສາຍ”ເຊິ່ງເປັນພາກສ່ວນອັນສຳຄັນຂອງມໍລະດົກທຳມະຊາດໂລກ,ຕັ້ງຢູ່ບ່ອນຕິດຈອດກັນຂອງ 3ເຂດພູມສັນຖານໃຫຍ່ກໍຄື:ອາຊີຕາເວັນອອກ ອາຊີໃຕ້ແລະພູພຽງຫິມາໄລ. ພູລາວຈູນຖືກຈັດເຂົ້າໃນລາຍຊື່ມໍລະດົກທຳມະຊາດໂລກໃນປີ 2003,ໃນປີ 2004ໄດ້ອະນຸມັດສ້າງຕັ້ງສວນສາທາລະນະແຫ່ງຊາດຫຼີໝິງ——ພູລາວຈູນເມືອງຢູ້ຫຼົງແຂວງຢຸນນານແລະຖືກຈັດເຂົ້າເປັນສະຖານທີ່ທົດລອງຂອງສວນສາທາລະນະແຫ່ງຊາດຊຸດທຳອິດຂອງແຂວງຢຸນນານ ໃນປີ 2009.