ສັງເກດການປ່ຽນແປງຂອງຕົວເມືອງຊາຍແດນໃນ 70 ປິ |
“ຊົ່ວໂມງທຳອິດໃນສົກຮຽນໃໝ່”ທີ່ເຂດຊາຍແດນລະຫວ່າງຈີນກັບມຽນມາ

2019-03-04 16:30:05 |ມາຈາກ: Yunnan Gateway

ໃນເວລາ 9 ໂມງຕອນເຊົ້າຂອງວັນທີ 2 ເດືອນມີນາ, ນັກຮຽນແລະອາຈານຂອງໂຮງຮຽນເຕີງຊິ້ວຕາແສງນົ້ງດາວເມືອງຣຸ້ຍລີ້ແຂວງຢຸນນານທີ່ເປັນເຂດຊາຍແດນລະຫວ່າງປະເທດຈີນແລະປະເທດມຽນມາໄດ້ນຸ່ງເສື້ອຜ້າຂອງງານບຸນຢ່າງສວຍງາມ, ເພື່ອເປັນການຕ້ອນຮັບການມາເຖິງຂອງສົກຮຽນໃໝ່.

“ພວກນັກຮຽນທັງຫຼາຍ, ໃນໂອກາດທີ່ສົກຮຽນໃໝ່ໄດ້ມາເຖິງນີ້, ພວກເຮົາມີຄຳອວຍພອນໜຶ່ງທີ່ຢາກມອບໃຫ້ແກ່ພວກເຈົ້າ ກໍຄື:ຄວາມຝັນ ການສູ້ຊົນແລະການຮູ້ບຸນຄຸນ.”ທ່ານ ສູ້ໄຮໝີງ ຫົວໜ້າດ່ານພາສີເມືອງຣຸ້ຍລີ້ແຂວງຢຸນນານໄດ້ເປີດການສອນ “ຊົ່ວໂມງທຳອິດໃນສົກຮຽນໃໝ່”ໃຫ້ພວກນັກຮຽນ.

ພ້ອມດຽວກັນນັ້ນ, ດ່ານພາສີ ອົງການກາແດງເມືອງຣຸ້ຍລີ້ແຂວງຢຸນນານ ແລະສຳນັກພິມວາລະສານ “ແມ່ນໍ້າຂອງ”ທີ່ຂຶ້ນກັບກຸ່ມບໍລິສັດທຸລະກິດໜັງສືພິມລາຍວັນຢຸນນານໄດ້ຮ່ວມສົ່ງເຄື່ອງນຸ່ງ ເກີບ ເຄື່ອງອຸປະກອນການອອກກຳລັງກາຍແລະຂອງຂວັນອຸປະກອນການຮຽນອື່ນໆໃຫ້ແກ່ພວກນັກຮຽນ.

“ຂອບໃຈຫຼາຍໆທີ່ອົງການ 3 ແຫ່ງນີ້ໄດ້ສົ່ງຄວາມຮັກມາໃຫ້ແກ່ພວກເຮົາ.”ທ່ານຢຽນເລ ຜູ້ທີ່ນຸ່ງເຄື່ອງນຸ່ງຂອງຊົນເຜົ່າແລະເປັນຜູ້ອຳນວຍການໂຮງຮຽນເຕີງຊຽວເວົ້າວ່າ ພາຍໃນໂຮງຮຽນມີນັກຮຽນທັງຫມົດຈຳນວນ 246 ຄົນ, ໃນນັ້ນ ມີນັກຮຽນສັນຊາດມຽນມາຈຳນວນ 15 ຄົນ.ພວກອາຈານແລະນັກຮຽນຈະບໍ່ລືມການສະໜັບສະໜູນອັນອົບອຸ່ນທີ່ມາຈາກພັກແລະລັດຖະບານແລະຝ່າຍສັງຄົມຕ່າງໆ ,ພວກເຮົາຈະຕັ້ງໃຈຮໍ່າຮຽນແລະປະຕິບັດຫນ້າທີ່, ເພື່ອນຳຫາຄວາມຝັນຂອງຕົນໃນຍຸກສະໄໝໃໝ່.

“ຄວາມຝັນຂອງນ້ອງແມ່ນຢາກເປັນອາຈານໃນອະນາຄົດ.”ລາຕຸຍ ທີ່ມີອາຍຸ 15 ປີເປັນນັກຮຽນປະເທດມຽນມາຄົນໜຶ່ງທີ່ໄດ້ຮຽນຢູ່ໂຮງຮຽນເຕີງຊຽວ,ລາຕຸຍເວົ້າວ່າ “ນ້ອງຢາກເປັນອາຈານສອນທີ່ສາມາດສິດສອນຢູ່ປະເທດຈີນເມື່ອນ້ອງເຕີບໃຫຍ່ຂຶ້ນໃນອະນາຄົດ, ເພື່ອສືບທອດມິດຕະພາບຈີນແລະມຽນມາໃຫ້ຍືນຍາວ”.

ໃນຊົ່ວໂມງທຳອິດຂອງສົກຮຽນໃໝ່, ແນວພັນຂອງແນວຄິດ “ຄວາມຝັນ ການສູ້ຊົນແລະການຮູ້ບຸນຄຸນ”ໄດ້ຊຶກເລິກເຂົ້າໃນຫົວໃຈຂອງນັກຮຽນຂອງສອງປະເທດຈີນແລະມຽນມາ.