ຄວາມພະຍາຍາມຢູ່ທີ່ໃດຄວາມສຳເລັດຢູ່ທີ່ນັ້ນ • 24ຊົ່ວໂມງຂອງຈີນ

2019-03-07 17:17:20 |ມາຈາກ: Yunnan Gateway

ປະຊາຊົນຈີນ ທັງດຸໝັ່ນຂະຫຍັນພຽນທັງອົງອາດກ້າຫານ
ຊົນຊາດຈີນ ຫ້າວຫານກ້າວຂຶ້ນ
ພາຍໃນໄລຍະກອງປະຊຸມໃຫຍ່ສອງສະພາຂອງຈີນ
ສື່ມວນຊົນໃໝ່ຂອງໜັງສືພິມລາຍວັນປະຊາຊົນຈີນ
ໄດ້ອອກອາກາດວິດີໂອສັ້ນ “24ຊົ່ວໂມງຂອງຈີນ”
ເພື່ອພັນລະນາເຖິງປະຊາຊົນຈີນທີ່ມີຄວາມເຂັ້ມແຂງດ້ວຍຕົນເອງໃຫ້ທ່ານຟັງ

ໃນເວລາ 5:00 ກໍາມະກອນປັດກວດອະນາໄມກໍາລັງປັດກວດຕົວເມືອງ
ໃນເວລາ 7:00 ນັກອະນຸລັກປ່າໄມ້ຂອງເຂື່ອນຊ້າຍຫານກຳລັງຫຍຸ້ງເຮັດວຽກພາຍໃນປ່າ
ໃນເວລາ 9:00 ພວກນັກຮຽນກຳລັງອ່ານໜັງສືສຽງດັງໆ

ໃນເວລາ 11:00 ກຳມະກອນທ່າເຮືອກຳລັງຂົນເຄື່ອງລົງ
ໃນເວລາ 14:00 ທະຫານປະຈຳເກາະກຳລັງຝຶກທະຫານພາຍໃຕ້ແສງແດດ
ໃນເວລາ 15:00 ປະຊາຊົນກຳລັງປັບປຸງທະເລຊາຍເພື່ອປູກຕົ້ນໄມ້

ໃນເວລາ 17:00 ຕຳຫຼວດຄົມມະນາຄົມກຳລັງລະບາຍລົດ
ໃນເວລາ 19:00 ລັດຖະກອນຊ່ວຍເຫຼືອຄວາມທຸກຍາກກຳລັງຢ້ຽມຢາມຄອບຄົວຜູ້ທຸກຍາກ
ໃນເວລາ 21:00 ເຮືອບິນຮົບກໍາລັງເລີ່ມການຝຶກບິນໃນຕອນກາງຄືນ

ໃນເວລາ 24:00 ທ່ານໝໍພະແນກພະຍາດຍິງກຳລັງຕ້ອນຮັບຊີວິດໃໝ່ທີ່ຫາກໍເກີດ
ໃນເວລາ 2:00 ພະນັກງານຜູ້ຮັບຜິດຊອບເຄື່ອງຈັກເສັ້ນທາງລົດໄຟຊິງໄຮ-ເຂດທິເບດຊີຈ້າງ
ໃນເວລາ 3:00 ທະຫານຍັງຍຶດໝັ້ນຢູ່ໃນຕໍາແໜ່ງຂອງຕົນທີ່ຊາຍແດນຂອງປະເທດ

ທຸກ 24 ຊົ່ວໂມງຂອງປະເທດຈີນ
ທຳມະດາແຕ່ຍິ່ງໃຫຍ່
ປະຊາຊົນແສນຄົນລ້ານຄົນ
ເຕັມໄປດ້ວຍຄວາມກ້າແກ່ນແລະຍຶດໝັ້ນ
ຈຶ່ງໄດ້ສ້າງເລື່ອງຫນ້າອັດສະຈັນໃນການພັດທະນາຂອງປະເທດຈີນອອກມາ

ປະຊາຊົນຈີນເຊື່ອໝັ້ນວ່າ
ເຖິງແມ່ນວ່າພູຈະສູງຂະໜາດໃດກໍຕາມ
ຖ້າສືບຕໍ່ປີນສູ່ຂ້າງເທິງ ຈະສາມາດໄປຮອດຈອມພູຢ່າງແນ່ນອນ
ເຖິງແມ່ນວ່າເສັ້ນທາງຈະຍາວປານໃດກໍຕາມ
ຖ້າສືບຕໍ່ຍ່າງໄປສູ່ທາງໜ້າ ຈະສາມາດໄປເຖິງຈຸດຫມາຍປາຍທາງຢ່າງແນ່ນອນ

ຄວາມພະຍາຍາມຢູ່ທີ່ໃດຄວາມສຳເລັດຢູ່ທີ່ນັ້ນ
ຄວາມສຸກໄດ້ມາຈາກການສູ້ຊົນ
ເພື່ອຊີວິດການເປັນຢູ່ທີ່ດີງາມຍິ່ງຂຶ້ນ
ເພື່ອປະເທດຈີນທີ່ຮຸ່ງເຮືອງເຫຼືອງເຫຼື້ອມຍິ່ງຂຶ້ນນັ້ນ
ພວກເຮົາມາຕໍ່ສູ້ນຳກັນເທາະ!