ງານບຸນແຂ່ງມ້າຂອງນະຄອນຊຽງເກີລີລາປີ2019 ເປີດຂຶ້ນແລ້ວ

2019-06-11 18:50:48 |ມາຈາກ: Yunnan Gateway

ໃນວັນທີ 7 ມິຖຸນາ, ງານບຸນແຂ່ງມ້າຂອງນະຄອນຊຽງເກີລີລາ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຕິເບດຕີຊິ້ງປີ 2019 ແລະ ງານບຸນວັດທະນະທໍາທ່ອງທ່ຽວນະຄອນຊຽງເກີລີລາຄັ້ງທຳອິດໄດ້ເປີດຂຶ້ນແລ້ວ. ການແຂ່ງຂັນຄັ້ງນີ້ມີນັກກິລາທີມມ້າແລະທີມຍິງທະນູຈາກທຸກເຂດໃນປະເທດຈີນເຂົ້າຮ່ວມ. ການແຂ່ງຂັນແມ່ນຈັດຂື້ນເປັນໄລຍະເວລາ 14 ວັນ, ໃນລະຫວ່າງກິດຈະກຳການແຂ່ງຂັນ, ຍັງມີການແຂ່ງມ້າ,ການແຂ່ງຂັນກິລາມູນເຊື້ອພື້ນເມືອງຂອງຊົນເຜົ່າ, ການສະແດງສິລະປະການຟ້ອນລຳທຳເພງເຊິ່ງເປັນມໍລະດົກທາງວັດທະນະທໍາທີ່ບໍ່ເປັນວັດຖຸ, ການວາງສະແດງສິລະປະພື້ນເມືອງມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸແລະອື່ນໆ.

ງານບຸນແຂ່ງມ້າຂອງນະຄອນຊຽງເກີລີລາເປັນງານບຸນຮີດຄອງປະເພນີທີ່ຍິ່ງໃຫຍ່ທີ່ສຸດຂອງກິ່ງແຂວງປົກຄອງຕົນເອງຊົນເຜົ່າທິເບດຕີຊິ້ງ. ຍັງເປັນງານຊຸມນຸມທີ່ຍິ່ງໃຫຍ່ຂອງຊົນເຜົ່າສ່ວນຫນ້ອຍຂອງທ້ອງຖິ່ນອີກດ້ວຍ.