ລົດຊາດອັນແຊບຊ້ອຍຂອງຊີ້ນຈຸ່ມ ໝໍ້ທອງແດງ

2019-06-29 17:13:53 |ມາຈາກ: Yunnan Gateway

ໃນເມືອງເຕີຊີ່ງກິ່ງແຂວງປົກຄອງຕົນເອງຊົນເຜົ່າທິເບດດີຊີ້ງແຂວງຢຸນນານມີອາຫານແຊບເມນູ ໜຶ່ງທີ່ພາດບໍ່ໄດ້. ເມນູນີ້ກໍຄືຊີ້ນຈຸ່ມໝໍ້ທອງແດງ. ຊີ້ນຈຸ່ມ ໝໍ້ທອງແດງເປັນອາຫານມູນເຊື້ອຂອງທ້ອງຖິ່ນຊົນເຜົ່າທິເບດ, ຍັງເປັນອາຫານອັນສຳຄັນຂອງຄອບຄົວ ຊົນເຜົ່າທິເບດທີ່ດຳລົງຊີວິດຊີວິດຢູ່ນີ້. ເມື່ອຮອດວັນບຸນອັນສຳຄັນ, ເກືອບວ່າທຸກເຮືອນຈະ ກິນຊີ້ນຈຸ່ມ ໝໍ້ທອງແດງ, ເຊິ່ງຊີ້ນຈຸ່ມທີ່ໝໍ້ທອງແດງນີ້ໄດ້ບັນທຶກຄວາມມ່ວນຊື່ນ ແລະ ຄວາມສາມັກຄີຂອງຊາວເມືອງເຕີຊີ່ງ. ວິທີເຮັດຊີ້ນຈຸ່ມທີ່ໝໍ້ທອງແດງແມ່ນງ່າຍຫຼາຍ, ຫລັງຈາກທີ່ກະກຽມອາຫານແລ້ວ, ກໍເອົາທັງຫມົດລົງຕົ້ມໃນ ໝໍ້ທອງແດງໃຫ້ສຸກ. ໃນຫມໍ້ກໍມີ ອາຫານ 10 ກວ່າຢ່າງເຊັ່ນ: ຊີ້ນຢ້າງ,ຊີ້ນໝູທອດ, ເຫັດ, ສາຫລ່າຍ ແລະ ອື່ນໆ. ຊີ້ນຈຸ່ມໝໍ້ທອງແດງເປັນອາຫານທີ່ມີລົດຊາດແຊບຫຼາຍ.