ພົບກັບM60

2019-07-09 10:12:09 |ມາຈາກ: Yunnan Gateway

ສວນປະດິດສ້າງແລະວັດທະນະທຳ M60 ຕັ້ງຢູ່ ຖະໜົນເລກທີ່ 47 ພູຈີ ເຂດອູຮົວ ນະຄອນຄຸນໝິງ, M60 ສ້າງຕັ້ງຂຶ້ນໃນປີ 2014,ເຊິ່ງໄດ້ຮັບການພັດທະນາເປັນສວນປະດິດສ້າງແລະວັດທະນະທຳໂດຍໂຮງງານອຸດສາຫະກຳເກົ່າຂອງບໍລິສັດຢຸນຟ້າງ ,ໃນປະຈຸບັນນີ້ M60 ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ.

ໃນນີ້ມີຮ້ານຂາຍເຄື່ອງດື່ມ, ຮ້ານກາເຟ, ແລະຫ້ອງສຳຜັດງານຝີມືຕ່າງໆ, ນອກນັ້ນຍັງມີ ຜູ້ສຶບທອດມໍລະດົກວັດທະນະທໍາທີ່ບໍ່ມີຕົວຕົນ10 ກວ່າຄົນເຮັດວຽກຢູ່ນີ້.ຜູ້ສືບທອດເຫຼົ່ານີ້ແມ່ນມາຈາກຫລາຍຂົງເຂດເຊັ່ນ: ຫັດຖະກໍາຖັກແສ່ວ, ການຕັດເຈ້ຍ, ການຜະລິດເຄື່ອງແຜ່ນຫນັງ, ການສ້າງແບບຈໍາລອງເຮືອ, ແລະອື່ນໆ.

ທ່ານ ຟາງບິ່ນ ຜູ້ກໍ່ຕັ້ງ M60 ເວົ້າວ່າ,ພວກເຮົາຫວັງວ່າຜູ້ສຶບທອດມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນເຫລົ່ານີ້ ຈະເດີນທາງໄປຕ່າງປະເທດເພື່ອດຳເນີນການວາງສະແດງສີມືຜົນງານ,ການວາງສະແດງຫັດຖະກໍາແລະການແລກປ່ຽນວັດທະນະທໍາ,ເພື່ອໃຫ້ວັດທະນະທຳຂອງຢຸນນານທີ່ມີເອກະລັກໄດ້ເຜີຍແຜ່ອອກ ໄປທົ່ວ ໂລກ.