ເບິ່ງແຂວງຢຸນນານຈາກລະດັບຄວາມສູງ 600,000 ແມັດ, ທ່ານເຫັນຫຍັງແນ່?

2019-10-12 17:17:03 |ມາຈາກ: 新华网

ໃນພາກຕາເວັນຕົກສ່ຽງໃຕ້ຂອງປະເທດຈີນ, ມີດິນແດນທີ່ງົດງາມ ແລະ ມະຫັດສະຈັນ, ເຊິ່ງປະຊາຊົນເອີ້ນວ່າ “ເມືອງໃຕ້ແຫ່ງເມກຫຼາຍສີ” (ຫລື ຢຸນນານເຈັດສີສັນ), ເມື່ອເບິ່ງຢຸນນານຈາກຄວາມສູງ 600,000 ແມັດ, ສີຂາວ, ສີຟ້າ, ສີແດງ, ສີເຫຼືອງ, ສີຂຽວ ...ແຂວງຢຸນນາສະແດງໃຫ້ພວກເຮົາເຫັນເຖິງຄວາມງົດງາມຂອງມັນ. ພູຫິມະ, ທະເລສາບ, ປ່າໄມ້ທີ່ອຸດົມສົມບູນ, ທະເລດອກໄມ້, ທົ່ງນາ ...ນີ້ແມ່ນສະພາບແວດລ້ອມທາງນິເວດວິທະຍາ, ພາບທິວທັດທຳມະຊາດທີ່ສວຍງາມ, ຮີດຄອງປະເພນີ ແລະ ວັດທະນະທຳທີ່ມີອຸດົມສົມບູນຂອງແຂວງຢຸນນານ.