ຄວາມຍຶດໝັ້ນເຮັດໃຫ້ຊີວິດຂອງຕົນເອງມີຄວາມແຕກຕ່າງ

2019-10-16 17:24:58 |ມາຈາກ: 新华网

ຂ້ອຍຊື່ ຢິງເຊົາເລີຍ, ຫຼັງຈາກຮຽນຈົບຈາກ ມະຫາວິທະຍາໄລການແພດພື້ນເມືອງຢຸນນານ ໃນປີ 2003, ຂ້ອຍເລືອກທີ່ຈະເຮັດວຽກເປັນພະນັກງານບັນຊີ. ໃນປີ 2014, ເມື່ອຂ້າພະເຈົ້າໄດ້ສຳຜັດກັບການ ດຳນ້ຳເປັນຄັ້ງທຳອິດ, ຂ້ອຍຖືກໂລກໃຕ້ທະເລດຶງດູດຢ່າງເລິກເຊິ່ງ. ໃນປີ 2015, ຂ້າພະເຈົ້າໄດ້ສອບເສັງເປັນຄູສອນດຳນ້ຳ ແລະ ໄດ້ສ້າງຕັ້ງ ສະໂມສອນດຳນ້ຳເຕັກນິກສາກົນຄວາມສູງເຫນືອລະດັບນ້ຳທະເລ ຢູ່ໜອງຝູຊຽນ ແຂວງຢຸນນານ.

ຂ້ອຍມັກການດຳນ້ຳໃຕ້ທະເລນ້ຳກ້ອນ ແລະ ການດຳນ້ຳລອດຖ້ຳ. ໃນປີ 2018 ຂ້ອຍດຳນ້ຳໃຕ້ທະເລນ້ຳກ້ອນຢູ່ຂົ້ວໂລກໃຕ້. ຕັ້ງແຕ່ນັ້ນມາ, ຂ້ອຍເອົາທຸກຄັ້ງຂອງການດຳນ້ຳເປັນ“ການພົບພໍ້”, ເຊິ່ງໄດ້ພົບກັບພາບວິວທິວທັດທີ່ສວຍງາມທີ່ສຸດ ແລະ ໄດ້ພົບກັບຕົວເອງທີ່ດີຂຶ້ນກວ່າເກົ່າ.

ປີນີ້, ນອກຈາກການດຳນ້ຳ, ຂີ່ມ້າ, ຂີ່ເຮືອ ແລະ ອື່ນໆ, ຂ້ອຍກຳລັງກຽມທີ່ຈະທົດສອບເປັນຜູ້ກວດສອບບັນຊີ (CPA). ຊີວິດແມ່ນເລື່ອງຂອງຄວາມແປກໃຈ, ເຮັດສິ່ງທີ່ເຈົ້າຢາກເຮັດ, ເລືອກສິ່ງທີ່ເຈົ້າຢາກຮັກ, ແລະ ພະຍາຍາມປັບປຸງຕົນເອງ. ຂ້ອຍຕ້ອງການສຳຜັດກັບ "ການໃຊ້ຊີວິດທີ່ຫຼາກຫຼາຍ" ແລະ ເຮັດຕົນເອງໃຫ້ດີທີ່ສຸດ!