ນັກດົນຕີ 60 ຄົນທີ່ມາຈາກ 10 ກວ່າປະເທດຮ້ອງເພງຢູ່ແຂວງຢຸນນານ

2019-11-11 09:42:52 |ມາຈາກ: 云桥网

ເດືອນຕຸລາ, ເມື່ອຍ່າງເຂົ້າມາຫໍຝຶກແອບການສະແດງຂອງວິທະຍາໄລວິຊາຊີບສິລະປະນະຄອນຄຸນໝິງ, ນັກດົນຕີ 60 ຄົນທີ່ມາຈາກ 10 ກວ່າປະເທດກຳລັງຝຶກແອບການສະແດງ, ພວກເຂົາລວມຕົວກັນເປັນວົງດົນຕີອ້າຍເຢ້ສາກົນ ວິທະຍາໄລວິຊາຊີບສິລະປະນະຄອນຄຸນໝິງ, ພວກເຂົາກຳລັງຝຶກແອບການສະແດງດົນຕີຊົນເຜົ່າຢຸນນານ, ຮ້ອງເພງອຳມະຕະຂອງປະເທດຈີນ, ດົນຕີຄລາດສິກຕາເວັນຕົກ ແລະ ອື່ນໆ, ຄະນະວົງດົນຕີອ້າຍເຢ້ສາກົນ ວິທະຍາໄລວິຊາຊີບສິລະປະນະຄອນຄຸນໝິງ ສ້າງຕັ້ງຂຶ້ນໃນປີ2017 ມາຮອດປັດຈຸບັນນີ້, ພວກເຂົາໄດ້ສຸມກຳລັງວັງຊາ, ເພື່ອໃຫ້ທົ່ວໂລກໄດ້ເຫັນສ່ວນປະກອບສຳຄັນຂອງຢຸນນານໃນດົນຕີຈີນ, ພ້ອມດຽວກັນນັ້ນ, ກໍເຮັດໃຫ້ຄົນຈີນຫຼາຍຄົນມີຄວາມເຂົ້າໃຈຕໍ່ດົນຕີຕາເວັນຕົກຢ່າງແທ້ຈິງ.

ຮອດປັດຈຸບັນນີ້, ຄະນະວົງດົນຕີໄດ້ຂຶ້ນສະແດງປະມານ 70 ກວ່າຄັ້ງທັງພາຍໃນ ແລະ ຕ່າງປະເທດ, ບໍ່ພຽງແຕ່ເຂົ້າຮ່ວມເທດສະການສິລະປະທຸກຢ່າງ, ກອງປະຊຸມໃຫຍ່, ງານວາງສະແດງຮູບແຕ້ມ ແລະ ສັບປະດາແຟຊັ່ນ, ການປະສົມປະສານຂອງດົນຕີປະສານສຽງ ແລະ ດົນຕີພື້ນເມືອງຢຸນນານສາມາດເຮັດໃຫ້ຄົນທີ່ໄດ້ຟັງມີຄວາມຮູ້ສຶກແປກໃຫມ່.