ເມືອງຈ້ຽນສຸຍແຂວງຢຸນນານປະກົດມີຮັງເຜິ້ງຂະໜາດໃຫຍ່

2019-01-04 16:20:20 |ມາຈາກ: Yunnan Gateway

ທີ່ເມືອງຈ້ຽນສຸຍແຂວງຢຸນນານ ມີຜູ້ລ້ຽງເຜິ້ງຄົນໜຶ່ງຊື່ວ່າ ຕ້ວນປາວຢົງ,ພາຍໃນເຮືອນຂອງລາວມີຮັງເຜິ້ງຂະໜາດໃຫຍ່ 4 ຮັງ,ໃນນັ້ນເສັ້ນຜ່າກາງຂອງຮັງໜຶ່ງຍາວເຖິງ 2 ແມັດ.ຂະໜາດຄວາມໜາຂອງຮັງເຜິ້ງທີ່ໃຫຍ່ທີ່ສຸດຂອງຮັງນີ້ແມ່ນ 50 ກວ່າຊັງຕິແມັດ,ປະກອບສ້າງດ້ວຍ ຮັງເຜິ້ງນ້ອຍ60- 70 ຮັງ.ກ່ອນຫນ້ານີ້ສອງສາມມື້ ຮັງເຜິ້ງທີ່ໃຫຍ່ທີ່ສຸດນັ້ຖືກສະຖານທີ່ພື້ນຖານລ້ຽງເຜິ້ງແຫ່ງໜຶ່ງຂອງເມືອງປາວຊານຊື້ໄປໃນລາຄາ 80 ພັນຢວນແລ້ວ.

ທ່ານຕ້ວນປາວຢົງລ້ຽງເຜິ້ງມາຕັ້ງແຕ່ຍັງນ້ອຍຜ່ານການຮໍ່າຮຽນ ການຄົ້ນຄວ້າແລະການປະຕິບັດຕົວຈິງຢ່າງຕໍ່ເນື່ອງ,ຈຶ່ງໄດ້ຄົ້ນຄວ້າເຕັກນິກການລ້ຽງເຜິ້ງທີ່ມີແມ່ເຜິ້ງຫລາຍໂຕຮັງຫນຶ່ງອອກມາ ຮັງເຜິ້ງນັບມື້ນັບໃຫຍ່ຂຶ້ນ,ແມ່ເຜິ້ງແລະເຜິ້ງນັບມື້ນັບຫຼາຍຂຶ້ນ,ປະສິດທິຜົນດ້ານເສດຖະກິດກໍຍິ່ງດີຂຶ້ນ.ໃນປີ 2017 ລາຍຮັບການລ້ຽງເຜິ້ງຂອງລາວມີເຖິງ 7ແສນກວ່າຢວນ,ດຽວນີ້ຕົວລາວເອງຍັງໄດ້ຮັບລູກສິດອີກ 50 ກວ່າຄົນ.