ຮ່ອມພູດອກຊາເຂົາຂອງເມືອງຕ້າຫຼີແຂວງຢຸນນານໄດ້ເປີດສວນແລ້ວ

2019-01-10 16:24:11 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້ ຮ່ອມພູດອກຊາເຂົາຂອງເມືອງຕ້າຫຼີທີ່ຂຶ້ນກັບສວນນິເວດປໍຕາຕ້າຫຼີໄດ້ເປີດສວນແລ້ວ, ເຊິ່ງນີ້ເປັນການເຕົ້າໂຮມການປູກດອກຊາເຂົາດ້ວຍແຮງງານຄົນທີ່ໃຫຍ່ທີ່ສຸດໃນເຂດພາກຕາເວັນຕົກສຽງໃຕ້ໃນປັດຈຸບັນ.ຮ່ອມພູດອກຊາເຂົາຕ້າຫຼີດັ່ງກ່າວມີພື້ນທີ່ 1600 ກວ່າມຸ້ແລະຕັ້ງຢູ່ພາກໃຕ້ຂອງພູຢູ້ຫຼົງເຂດພັດທະນາເສດຖະກິດລະດັບຊາດຂອງເມືອງຕ້າຫຼີ.ໂດຍຜ່ານເວລາ 10 ປີ ແລະໄດ້ລົງທຶນ 60 ກວ່າລ້ານຢວນຈຶ່ງໄດ້ປູກຕົ້ນດອກຊາເຂົາຈຳນວນ 3ແສນກວ່າຕົ້ນ,ປະເພດຂອງພັນຕົ້ນດອກຊາເຂົາໄດ້ລວມເອົາ ພັນຊາເຂົາຢຸນນານ ພັນຊາພາກຕາເວັນອອກຂອງຈີນ ພັນຊາເສສວນ ພັນຕ່າງປະເທດແລະອື່ນໆທີ່ມີຈຳນວນທັງໝົດ 800 ກວ່າຊະນິດ.ພ້ອມດຽວກັນນັ້ນ ສວນດັ່ງກ່າວຍັງໄດ້ປູກຕົ້ນດອກຊາກຸລະລະດູໜາວຢຸນນານຈຳນວນ 3ແສນກວ່າຕົ້ນ ຕົ້ນດອກຊາກຸລະຢຸນນານຈຳນວນ 1ແສນຕົ້ນ ຕົ້ນຕ່ຽນປູ 1ແສນກວ່າຕົ້ນແລະຕົ້ນໄມ້ປະດັບສີຂຽວແລະດອກໄມ້ອື່ນໆ,ໄດ້ສຳເລັດການກໍ່ສ້າງແຫລ່ງທິວທັດຈຳນວນ 10 ແຫ່ງໃນເບື້ອງຕົ້ນກໍຄື: “ທະເລດອກໄມ້ຂັ້ນເມກ”,ເຊິ່ງໄດ້ກາຍເປັນສວນນິເວດດອກໄມ້ທີ່ລວມເອົາບົດບາດການທ່ຽວຊົມ ການບຳລຸງແນວພັນ ການຮັກສານິເວດ ການພັດທະນາຂະແໜງການແລະການຄົ້ນຄວ້າວິທະຍາສາດເປັນໜ່ວຍດຽວ.