ຕະຫຼາດຜັກໃນ “ລົດໄຟທີ່ແລ່ນຊ້າໆ”

2019-01-11 14:18:37 |ມາຈາກ: Yunnan Gateway

ໃນເວລາ 6 ໂມງ 55 ນາທີຂອງຕອນເຊົ້າ,ລົດໄຟສີຂຽວຂະບວນໜຶ່ງໄດ້ເດີນທາງຈາກສະຖານີຄຸນໝິງຢ່າງຊ້າໆ ນີ້ແມ່ນຂະບວນລົດ 6162,ຫຼັງຈາກເສັ້ນທາງລົດໄຟເສິງຕູຫາຄຸນໝິງໄດ້ເປີດການບໍລິການໃນປີ 1970 ເປັນຕົ້ນມາ ຂະບວນລົດໄຟຂະບວນນີ້ໄດ້ແລ່ນເກືອບເຄິ່ງສະຕະວັດແລ້ວ.

ແຕ່ລະມື້ ຂະບວນລົດໄຟ 6162 ຕ້ອງແລ່ນ 7 ກວ່າຊົ່ວໂມງແລະ 351 ກິໂລແມັດ,ຜ່ານ 25 ສະຖານີລົດໄຟກໍຄືສະຖານີເມືອງໂລ້ເຟິ້ງ ເມືອງຢວນໝໍ ບ້ານຮວາເຜິງຈືແລະອື່ນໆ,ສຸດທ້າຍເດີນທາງຮອດສະຖານີລົດໄຟຜ່ານຈື່ຮວາແຂວງເສສວນ.

ລາຄາເຕັມຂອງປີ້ລົດໄຟສຳລັບການໄປມາໜຶ່ງເທື່ອແມ່ນ 39,5 ຢວນ,ໂດຍການແນະນຳຂອງຫົວໜ້າຂະບວນລົດໄຟຂະບວນນີ້ ທ່ານ ຢາງຈ້າວສຽງເວົ້າວ່າ,ຈາກການພິຈາລະນາເຖິງສະຫວັດດີການການຊ່ວຍເຫຼືອຄວາມທຸກຍາກ,ບໍ່ວ່າຈະແມ່ນລາຄາປີ້ຫຼືວ່າລາຄາການຂົນສົ່ງຂອງລົດໄຟນີ້ໄດ້ຍຶດໝັ້ນໃນການຕັ້ງລາຄາໃຫ້ຕໍ່າຢູ່ຕະຫຼອດ,ສ່ວນການເດີນທາງຂອງຊາວບ້ານທີ່ຢູ່ຕາມແຄມທາງສ່ວນຫຼາຍແມ່ນການເດີນທາງອັນສັ້ນໆ,ສະນັ້ນລາຄາປີ້ລົດໄຟໃນໄລຍະກາງກໍກຳນົດຢູ່ໃນລະຫວ່າງ 4 ຢວນຫາ 8 ຢວນ,ລາຄາການຂົນສົ່ງທີ່ຕໍ່າທີ່ສຸດແມ່ນ 1 ຢວນ.

ຮູບພາບນີ້ແມ່ນຊາວບ້ານກຳລັງລາກສິນຄ້າໄປເຖິງປະຕູລົດໄຟເພື່ອຂົນສົ່ງໄປຕາແສງທີ່ອ້ອມຂ້າງ.

ເນື່ອງຈາກວ່າເສັ້ນທາງລົດໄຟເບີ 6162 ສ່ວນຫຼາຍແມ່ນຜ່ານກຸ່ມບ້ານທີ່ຕັ້ງຢູ່ໃນເຂດພູດອຍຫ່າງໄກສອກຫຼີກ ສະນັ້ນເວລາການຢຸດຂອງລົດໄຟສ່ວນຫຼາຍແມ່ນຂຶ້ນກັບເວລາຂອງຊາວບ້ານທ້ອງຖິ່ນ,ຖ້າວ່າຊາວບ້ານໄດ້ນຳສິນຄ້າມາຈຳນວນຫຼວງຫຼາຍ ພະນັກງານຂອງລົດໄຟກໍລົງລົດເພື່ອຊ່ວຍເຫຼືອເຂົາເຈົ້າຂົນສິນຄ້າຄືກັນ ຫຼັງຈາກສຳເລັດການຂົນສິນຄ້າແລ້ວຈຶ່ງອອກເດີນທາງ.

“ລົດໄຟທີ່ຊ້າໆ”ແບບທີ່ເປັນສະຫວັດດີການສັງຄົມທີ່ເໝືອນຂະບວນລົດໄຟເບີ 6162 ນີ້ຍັງມີອີກ 2 ຂະບວນພາຍໃນແຂວງຢຸນນານ,ທ່ານຢາງຈາວສຽງຄິດວ່າ,ບໍ່ວ່າຍຸກສະໄໝຈະເກີດມີການປ່ຽນແປງແນວໃດໃນຕໍ່ໜ້າ “ລົດໄຟທີ່ຊ້າໆ”ແບບທີ່ເປັນສະຫວັດດີການສັງຄົມຈະບໍ່ມີວັນສິ້ນສຸດ.ຄວາມໝາຍຂອງການຄົງຕົວຂອງລົດໄຟນີ້ບໍ່ພຽງແຕ່ເປັນຕົວແທນເຖິງຄວາມເອົາໃຈໃສ່ແລະຄວາມຮັກຂອງຄົນໃນພາກສ່ວນລົດໄຟຕໍ່ປະຊາຊົນໃນເຂດທ້ອງຖິ່ນທຸກຍາກເທົ່ານັ້ນ, ຍັງໄດ້ສ່ອງແສງເຖິງຄວາມພະຍາຍາມຂອງອົງການລົດໄຟທີ່ໄດ້ເຮັດໃຫ້ແກ່ປະຊາຊົນເພື່ອຊ່ວຍເຫຼືອເຂົາເຈົ້າກໍ່ສ້າງຊິວິດທີ່ດີງາມ, “ລົດໄຟທີ່ຊ້າໆ”ໄດ້ແບກຫາບຄວາມຝັນຂອງຜູ້ໂດຍສານແຕ່ລະຄົນ ຍິ່ງໄດ້ແບກຫາບຄວາມຫວັງທີ່ຈະຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີຜາສຸກຂອງຊາວບ້ານແຕ່ລະຄົນໃນເຂດພູດອຍ.