ໂອລິມປິກລະດູໜາວໄດ້ເຂົ້າສູ່ໃນໄລຍະ “ເວລາປັກກິ່ງ”

2019-01-15 15:41:03 |ມາຈາກ: Yunnan Gateway

ໃນລະດູໜາວທີ່ໜາວເຂົ້າກະດູກນີ້

ຫິມະແລະນໍ້າແຂງ ໄດ້ດຶງດູດສາຍຕາຂອງຄົນ

ມັນສາມາດສ້າງໂລກແຫ່ງຄວາມໂຣແມນຕິກທີ່ສະຫງົບແລະສວຍງາມ

ກໍສາມາດສ້າງກອງໄຟແຫ່ງມິດໄມຕີແລະຄວາມຝັນທີ່ຍິ່ງໃຫຍ່ພາຍໃນຈິດໃຈຂອງຄົນ

ພາຍໃນໂລກຫິມະ

ເດີນທາງ ແລ່ນແລະບິນເວີ່ນ

ສຳຜັດກຳລັງທີ່ຂະຫຍາຍອອກຂອງຄວາມໄວແລະຄວາມຕື່ນເຕັ້ນ

ນີ້ແມ່ນນັກກິລາໃນສະໜາມແຂ່ງຂັນກິລາໂອລິມປິກລະດູໜາວ

ການສູ້ຊົນຂອງເຂົາເຈົ້າ

ໄດ້ສົ່ງຕໍ່ເຖິງພວກເຮົາ

ເຮັດໃຫ້ພວກເຮົາຍິ່ງໄດ້ເຂົ້າໃກ້ກັບຄວາມຟົດຟື້ນຂອງໂລກຫິມະ

ໃນວັນທີ 15 ທັນວາ ປີ2017,ສັນຍະລັກປະຈຳໂອລິມປິກລະດູໜາວ 2022 ທີ່ປັກກິ່ງ

“ຕຸ່ງເມິ້ງ”ແລະສັນຍະລັກປະຈຳໂອລິມປິກຜູ້ພິການລະດູໜາວ “ໄຟແຢ້”ໄດ້ຮັບການຖະແຫຼງອອກມາ

ໃນວັນທີ 25 ກຸມພາ ປີ 2018,ຄະນະກຳມະການຈັດຕັ້ງ

ໂອລິມປິກລະດູໜາວປັກກິ່ງໄດ້ຮັບທຸງໂອລິມປິກໃນພິທີປິດໂອລິມປິກຜູ້ພິການໃນລະດູໜາວທີ່ເມືອງຜິງຊາງ

ໂອລິມປິກລະດູໜາວແລະໂອລິມປິກຜູ້ພິການລະດູໜາວໄດ້ເຂົ້າສູ່ໃນໄລຍະ “ເວລາປັກກິ່ງ”ຢ່າງເປັນທາງການ

ໃນວັນທີ 8 ສິງຫາ ປີ 2018,ຄະນະກຳມະການຈັດຕັ້ງໂອລິມປິກລະດູໜາວປັກກິ່ງ

ໄດ້ຖະແຫຼງແຜນການອອກແບບຕົວຕຸກກະຕານຳໂຊກ(ມາສຄອດ)ຂອງໂອລິມປິກລະດູໜາວແລະໂອລິມປິກຜູ້ພິການລະດູໜາວຕໍ່ທົ່ວໂລກ

ໃນວັນທີ 15 ຕຸລາ ປີ 2018,ແຜນການຂອງພິທີການເປີດໂອລິມປິກໄດ້ເລີ່ມການເກັບການເກັບກໍາສາທາລະນະ
......
ໂອລິມປິກລະດູໜາວໄດ້ເຂົ້າສູ່ໄລຍະ “ເວລາປັກກິ່ງ”

ພວກເຮົາພາກັນກອດເອົາອ້ອມກອດແຫ່ງຄວາມຟົດຟື້ນຂອງຫິມະກັນເທາະ!