ໂດຍການເປັນແຂວງໃຫຍ່ດ້ານການທ່ອງທ່ຽວແລະວັດທະນະທຳ, ແຂວງຢຸນນານປະກອບມີເງື່ອນໄຂການພັດທະນາການທ່ອງທ່ຽວທີ່ດີເດັ່ນແລະຊັບພະຍາກອນມໍລະດົກພູມປັນຍາທາງວັດທະນະທຳທີ່ຫຼາກຫຼາຍ.ເມື່ອມໍລະດົກພູມປັນຍາທາງວັດທະນະທຳໄດ້ພົບພໍ້ກັບການທ່ອງທ່ຽວ ລາຍການສຳຜັດການທ່ອງທ່ຽວທີ່ໄດ້ປະກອບມີວັດທະນະທຳທ້ອງຖິ່ນເຫຼົ່ານີ້ ສາມາດ “ເພີ່ມທະວີການເຂົ້າໃຈເຊິ່ງກັນແລະກັນ”ລະຫວ່າງນັກທ່ອງທ່ຽວກັບປະຊາຊົນທ້ອງຖິ່ນ ແລະໄດ້ສະໜອງຄວາມຕ້ອງການການທ່ອງທ່ຽວພັກຜ່ອນທີ່ມີລັກສະນະສຳຜັດກັບຕົວຈິງແລະລັກສະນະການມີສ່ວນຮ່ວມໄດ້ຢ່າງເຕັມທີ່.
ຄັນຮົ່ມເຈ້ຍນໍ້າມັນຂອງແຂວງຢຸນນານມີຮູບແບບທີ່ງ່າຍດາຍ,ລວດລາຍແມ່ນດອກໄມ້ຊະນິດຕ່າງໆ ເຊິ່ງໄດ້ມີບັນຍາກາດຂອງຊົນເຜົ່າທີ່ໜາແໜ້ນຫຼາຍ.
ຕາແສງ “ຕົ່ງເຟິງຢຸ້ນ”ທີ່ຕັ້ງຢູ່ເມືອງໝີເລີ້ກິ່ງແຂວງຫົງເຫີ ເປັນຕາແສງໜຶ່ງທີ່ມີສີສັນພິເສດຂອງປະເພນີຊົນເຜົ່າ.
ທ່ານ ເສີນຄາງໜິງ ອາຍຸ 67 ປີເປັນຊ່າງສິລະປະຜະລິດວ່າວຢຸນນານ ເພິ່ນໄດ້ບອກກັບນັກຂ່າວວ່າ ໃນເບື້ອງຕົ້ນເພິ່ນໄດ້ໃກ້ຊິດກັບວ່າວເນື່ອງຈາກຄວາມມັກ ທັງຫມົດລ້ວນແລ້ວແຕ່ແມ່ນການຮຽນດ້ວຍຕົນເອງ,ໃນປັດຈຸບັນໄດ້ກາຍເປັນຊ່າງເຮັດວ່າວຢຸນນານທີ່ມີຝີມືຊັ້ນຍອດ.
ເຄື່ອງປັ້ນດິນເຜົ່າສີມ່ວງຂອງເມືອງຈ້ຽນສຸຍແຂວງຢຸນນານ ມີປະຫວັດສາດອັນຍາວນານ ແລະ ເຕັກນິກທີ່ປານີດ.
ດິນທີ່ຜະລິດເຄື່ອງປັ້ນດິນເຜົາສີມ່ວງເມືອງຈ້ຽນສຸຍແມ່ນເອົາມາຈາກພູອູສາຍພາຍໃນເຂດຂອງເມືອງ ປະກອບມີປະລິມານທາດເຫຼັກທີ່ສູງ ຈຶ່ງເຮັດໃຫ້ຂະໜາດການແຂງໂຕມີສູງ,ເບິ່ງຈາກຮູບໂສມທາງນອກແມ່ນມີຄວາມຮູ້ສຶກເໝືອນໂລຫະ ເມື່ອເຄາະແມ່ນມີສຽງເໝືອນຫີນຄຳ.
ຊຸມປີມານີ້ ເມືອງຈ້ຽນສຸຍເລີ່ມເພີ່ມທະວີກຳລັງການບຳລຸງຍີ່ຫໍ້ວັດທະນະທຳຂອງວັດທະນະທຳເຄື່ອງປັ້ນດິນເຜົາສີມ່ວງ , ຍັງໄດ້ຈັດຕັ້ງປະຕິບັດມາດຖານ “ເຄື່ອງປັ້ນດິນເຜົາສີມ່ວງຂອງເມືອງຈ້ຽນສຸຍ”,ໄດ້ສະແດງເຄື່ອງປັ້ນດິນເຜົາສີມ່ວງຂອງເມືອງຈ້ຽນສຸຍດ້ວຍຮູບແບບວັດທະນະທຳທີ່ພິເສດກໍຄື “ຊ່າງມີຊື່ສຽງຮ່ວມມືກັບເຄື່ອງປັ້ນດິນເຜົາສີມ່ວງ” ເຊິ່ງໄດ້ຊຸກຍູ້ເຄື່ອງປັ້ນດິນເຜົາສີມ່ວງຂອງເມືອງຈ້ຽນສຸຍໃຫ້ພັດທະນາຢ່າງຕໍ່ເນື່ອງ.
ມາຊົມເບິ່ງການສະແດງຟ້ອນລຳທຳເພງວັດທະນະທຳທີ່ເຕັມໄປດ້ວຍສີສັນຊົນເຜົ່າທີ່ພິເສດທີ່ແຂວງຢຸນນານ, ເປັນຕົວເລືອກທຳອິດຂອງລາຍການການທ່ອງທ່ຽວທີ່ສາມາດສຳຜັດເຖິງປະເພນີຊົນເຜົ່ານ້ອຍຂອງແຂວງຢຸນນານຢ່າງເລິກເຊິ່ງ.
ອາຫານທີ່ເປັນມູນເຊື້ອເປັນພາກສ່ວນອັນສຳຄັນຂອງມໍລະດົກພູມປັນຍາທາງວັດທະນະທຳ, ອາຫານທີ່ເປັນມໍລະດົກພູມປັນຍາທາງວັດທະນະທຳລະດັບຊາດຂອງແຂວງຢຸນນານກໍຄື:ເຂົ້າປຽກໝີຊ້ຽນ ຊີ້ນຂາໝູເຄັມເມືອງຊວນເວີຍ ເປັດປິ້ງແລະອື່ນໆ ສາມາດເຮັດໃຫ້ທ່ານສົນໃຈແລະນໍ້າລາຍໄຫຼອອກມາໄດ້.