ທິມສິລະປະພູພຽງເຂົ້າຮ່ວມການສະແດງທີ່ປະເທດບັງກະລາເທດ

2019-02-12 16:28:35 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້, ທິມສິລະປະພູພຽງບ້ານຊົນເຜົ່າຢຸນນານໄດ້ເຂົ້າຮ່ວມກິດຈະກຳທີ່ເປັນລະບົບໂດຍປິ່ນອ້ອມຫົວຂໍ້ “ສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2019 ຢ່າງເບີກບານມ່ວນຊື່ນ”ທີ່ປະເທດບັງກະລາເທດ ເຊິ່ງໄດ້ສະເຫຼີມບຸນກຸດຈີນກັບຜູ້ຊົມທ້ອງຖິ່ນຢ່າງມ່ວນຊື່ນດ້ວຍລາຍການສິລະປະທີ່ມີລັກສະນະຊົນເຜົ່າພິເສດ.

ໂດຍການແນະນຳແລ້ວ, ກິດຈະກຳທີ່ເປັນລະບົບດັ່ງກ່າວຍັງໄດ້ລວມທັງການສາຍຮູບເງົາຈີນທີ່ທ້ອງຖິ່ນຕ່າງໆ ການວາງສະແດງເຄື່ອງນຸ່ງຊົນເຜົ່າດັ້ງເດີມຂອງຈີນ ແລະ ບຸນວ່າວເປັນຕົ້ນ,ກິດຈະກຳເຫຼົ່ານີ້ຈະສືບຕໍ່ຈັດຂຶ້ນໃນລະຫວ່າງວັນທີ 17 ມັງກອນ ຫາ ວັນທີ 28 ກຸມພາ.