
ງານວັດທະນະທຳເຂົ້າປຸ້ນໝີ້ຊ້ຽນເມືອງຢູ້ຊີ ການວາງສະແດງໂຄມໄຟຍາມບຸນສານແຢ້ວແຈ່ເມືອງຕ້າຫຼີ……ໃນລະຫວ່າງວັນພັກບຸນກຸດຈີນ ເຂດທິວທັດການທ່ອງທ່ຽວຕົ້ນຕໍແລະເຂດທ້ອງຖິ່ນຕ່າງໆຂອງແຂວງຢຸນນານໄດ້ຈັດແຈງກິດຈະກຳວັດທະນະທຳທີ່ເປັນມູນເຊື້ອຂອງບຸນກຸດຈີນທີ່ມີລັກສະນະການເຂົ້າຮ່ວມອັນຫຼາກຫຼາຍ ເຊິ່ງໄດ້ເປັນການເຮັດໃຫ້ນັກທ່ອງທ່ຽວທັງຫຼາຍໄດ້ສຳຜັດກັບປະສົບການການທ່ອງທ່ຽວທີ່ເຕັມໄປດ້ວຍ “ລົດຊາດອັນແທ້ຈິງຂອງບຸນ” ແລະກໍໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍມາທ່ຽວຊົມ.