ຫຍຸ້ງກັບການເກັບກ່ຽວສາລີ

2019-02-13 17:55:29 |ມາຈາກ: Yunnan Gateway

ໃນຕອນທີ່ປະຊາຊົນພາກັນສະເຫຼີມສະຫຼອງບຸນກຸດຈີນ,ຊາວບ້ານທີ່ຢູ່ເຂດນອກຂອງເມືອງມາງຊື້ກໍກຳລັງສະເຫຼີມບຸນເກັບກ່ຽວຂອງຕົນ——ການເກັບກ່ຽວສາລີ.

“ປີນີ້ໄດ້ປູກ 3 ມຸ້, ລວມມີລາຍຮັບ 2960 ກວ່າໂດລາ.”ໃນວັນທີ 10,ທ່ານ ມໍ້ຊານ ຊາວບ້ານທີ່ດຳລົງຢູ່ເຂດນອກເມືອງມາງຊື້ ເພິ່ນທັງເວົ້າທັງເກັບກ່ຽວສາລີວ່າ,ໝາກສາລີຂອງປີນີ້ໄດ້ຮັບຜົນເກັບກ່ຽວຢ່າງອຸດົມສົມບູນ ຜູ້ຮັບຊື້ມາຊື້ຢູ່ໃນສວນໂດຍກົງ ມີຄວາມສະດວກຫຼາຍ.ໝາກສາລີສາມາດຮັບຜົນເກັບກ່ຽວໄດ້ສອງເທື່ອໃນແຕ່ລະປີ ເຊິ່ງລາຍຮັບກໍດີ.

ໂດຍການແນະນຳແລ້ວ, ເມືອງມາງຊື້ມີເນື້ອທີ່ການປູກສາລີຫຼາຍພັນກວ່າມຸ້ ແລະໄດ້ຈຳໜ່າຍເຖິງນະຄອນອູ້ຮ້ານ ກວາງໂຈ່ ຟູເຈ່ ຊຽງໄຮແລະຕົວເມືອງອື່ນໆ ຈຶ່ງໄດ້ກາຍເປັນຊ່ອງທາງອີກຢ່າງໜຶ່ງທີ່ສາມາດເພີ່ມທະວີລາຍໄດ້ແລະສ້າງຄວາມຮັ່ງມີຂອງຊາວບ້ານທ້ອງຖິ່ນໃນໄລຍະເລີ່ມຕົ້ນຂອງລະດູບານໃໝ່.