ການທ່ອງທ່ຽວຊົນນະບົດໄດ້ສ່ອງສະເໜ່ອອກມາ

2019-02-20 16:15:59 |ມາຈາກ: Yunnan Gateway

ຊຸມມື້ນີ້, ຕົ້ນໝາກໄມ້ຢູ່ເທິງພູຂອງບ້ານຟາອູເມືອງໂຫຼຜິງແຂວງຢຸນນານປະເທດຈີນໄດ້ອອກຫມາກຫ້ອຍຢູ່ເທິງຕົ້ນຢ່າງຫຼວງຫຼາຍ, ມີນັກທ່ອງທ່ຽວຫຼາຍຄົນໄດ້ພາຄອບຄົວແລະໝູ່ເພື່ອນມາເກັບຫມາກໄມ້, ເພື່ອສຳຜັດຊີວິດການເປັນຢູ່ຂອງຊົນນະບົດ.ໃນສອງປີທີ່ຜ່ານມາ, ເມືອງໂຫຼຜິງແຂວງຢຸນນານໄດ້ຊູກຍູ້ສົ່ງເສີມວຽກງານການກໍ່ສ້າງເຂດຕົວຢ່າງດ້ານການທ່ອງທ່ຽວໃນຮູບແບບສັງລວມຢ່າງສຸດແຮງ, ໂດຍຕິດພັນກັບທ່າແຮງດ້ານສະຖານທີ່ທີ່ຕັ້ງທີ່ມີເອກະລັກແລະຊັບພະຍາກອນການທ່ອງທ່ຽວອັນອຸດົມສົມບູນ ,ການພັດທະນາການທ່ອງທ່ຽວຊົນນະບົດແມ່ນຟົດຟື້ນຫຼາຍ.