
ໃນລະຫວ່າງເດືອນ ມັງການຫາເດືອນກຸມພາ, ຈຳນວນການຄ້າ ຍອດມູນຄ່າການຄ້າຂາຍ ປະລິມານເງິນສົດ ປະລິມານການເຄື່ອນໄຫວຂອງຄົນ ແລະຍອດມູນຄ່າຂາອອກຂອງຕະຫຼາດເຕົານານຄຸນໝິງໄດ້ສືບຕໍ່ຈັດຢູ່ໃນອັນດັບທຳອິດພາຍໃນປະເທດ.ໃນປັດຈຸບັນ, ຕາແສງດອກໄມ້ເຕົານານໄດ້ເຕົ້າໂຮມວິສາຫະກິດທຸລະກິດດອກໄມ້ແລະວິສາຫະກິດການຂົນສົ່ງຈຳນວນ 2000 ແຫ່ງຂຶ້ນໄປແລ້ວ ແລະຍັງໄດ້ກາຍເປັນກຸ່ມຂະແໜງການດອກໄມ້ທັນສະໄໝສັງລວມ, ນອກຈາກນັ້ນແລ້ວ ຕະຫຼາດດອກໄມ້ “ຮວາຮວາຊື້ແຈ້”ໄດ້ກາຍເປັນເຂດທ່ອງທ່ຽວແຫ່ງໃໝ່ໃນການທ່ອງທ່ຽວຂອງນະຄອນຄຸນໝິງແລ້ວ.