
ໃນວັນທີ 22 ເດືອນກຸມພາ “ການສຳຫລວດສຳລັບຊີວິດການເປັນຢູ່ແລະເສດຖະກິດປະເທດຈີນ”ໄດ້ປະກາດລາຍຊື່ຂອງຕົວເມືອງໃນລະດັບແຂວງແລະກຳແພງນະຄອນຈຳນວນ 10 ແຫ່ງທີ່ມີດັດຊະນີດ້ານຊີວິດການເປັນຢູ່ທີ່ດີປະຈຳປີ 2018-2019 ທີ່ນະຄອນຫຼວງປັກກິ່ງ ແລະນະຄອນຄຸນໝິງແຂວງຢຸນນານໄດ້ຈັດຢູ່ໃນອັນດັບທີ 5.
ຈຸດປະສົງຂອງການສຳຫລວດຄັ້ງນີ້, ເພື່ອຮັບຮູ້ຄວາມພໍໃຈຂອງປະຊາຊົນໃນດ້ານຊີວິດການເປັນຢູ່ແລະວຽກງານສ່ວນຕົວຂອງເຂົາເຈົ້າ ການບໍລິການສາທາລະນະ ການປັບປຸງສັງຄົມແລະດ້ານອື່ນໆ,ພ້ອມທັງຄວາມຮູ້ສຶກໃນສິ່ງທີ່ໄດ້ຮັບ ຄວາມຮູ້ສຶກຕໍ່ຄວາມປອດໄພແລະຄວາມສຸກຕໍ່ກັບຊີວິດການເປັນຢູ່ທີ່ດີ,ດ້ວຍເຫດນັ້ນ“ດັດຊະນີສຳລັບຊີວິດການເປັນຢູ່ທີ່ດີຂອງປະເທດຈີນ”ຈຶ່ງຖືກຮຽບຮຽງອອກມາຈາກພື້ນຖານດັ່ງກ່າວ.