ການແຂ່ງຂັນກະຕໍ້ອາຊີຈະຈັດຂຶ້ນຢູ່ທີ່ຄຸນໝິງ

2019-02-28 18:13:05 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້, ພິທີການລິເລີ່ມການແຂ່ງຂັນກະຕໍ້ອາຊີປະຈຳປີ 2019 ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລເສດຖະກິດການເງິນຢຸນນານ.ໃນເດືອນມິຖຸນາຂອງປີນີ້, ການແຂ່ງຂັນກະຕໍ້ອາຊີປະຈຳປີ 2019 ຈະເປີດການແຂ່ງຂັນທີ່ນະຄອນຄຸນໝິງແຂວງຢຸນນານປະເທດຈີນ.ໃນນັ້ນ, ຈະລວມມີນັກກິລາກະຕໍ້ທີ່ມາຈາກ 24 ປະເທດແລະພາກພື້ນກໍຄື:ປະເທດອາຊຽນສິບປະເທດ ,ປະເທດຍີ່ປຸ່ນ, ເກົາຫຼີແລະຮົງກົງ ໄຕ້ຫວັນຂອງຈີນມາເຕົ້າໂຮມກັນຢູ່ທີ່ຄຸນໝິງແລະເຂົ້າຮ່ວມການແຂ່ງຂັນຊິງໄຊ.