ງານເທດສະການອາຫານວ່າງເມືອງເວີຍຊານນະຄອນຕ້າຫຼີແຂວງຢຸນນານປະເທດຈີນຄັ້ງທີ 9 ເປີດສາກແລ້ວ

2019-03-15 16:26:13 |ມາຈາກ: Yunnan Gateway

ວັນທີ 14 ມີນາ,ບຸນໄຫວ້ບັນພະບູລຸດຂອງຊົນເຜົ່າຢີຊົນຊາດຈີນປະຈຳປີ 2019ແລະງານເທດສະການອາຫານວ່າງເມືອງເວີຍຊານນະຄອນຕ້າຫຼີແຂວງຢຸນນານປະເທດຈີນຄັ້ງທີ 9 ໄດ້ເປີດຂຶ້ນທີ່ເມືອງເວີຍຊານນະຄອນຕ້າຫຼີ.ງານດັ່ງກ່າວຈະຈັດຈົນຮອດວັນທີ 18 ມີນາ,ໃນລະຫວ່າງງານເທດສະການອາຫານວ່າງ,ກໍຍັງມີອາຫານວ່າງທີ່ມີລັກສະນະພິເສດຂອງແຂວງຢຸນນານມາເຂົ້າຮ່ວມ.

ງານເທດສະການອາຫານວ່າງຄັ້ງນີ້ມີຮ້ານອາຫານ 310 ກວ່າຮ້ານ,ລາຍການອາຫານວ່າງ 160 ກວ່າເຍື່ອງເຕົ້າໂຮມຢູ່ຖະໜົນອາຫານວ່າງ,ມີອາຫານ 10 ກວ່າເຍື່ອງຄືອາຫານປະເພດໝໍ້ແກງ,ເຂົ້າໜົມ,ເຂົ້າປຸ້ນແລະອື່ນໆ.ນອກຈາກນັ້ນ,ໃນປີນີ້ ເຈົ້າພາບງານເທດສະການໄດ້ເຊີນພໍ່ຄ້າອາຫານວ່າງຈາກຕ່າງປະເທດ 10 ປະເພດມາເຂົ້າຮ່ວມ,ໃນລະຫວ່າງງານເທດສະການອາຫານວ່າງ,ຍັງມີງານວາງສະແດງວັດທະນະທຳຊົນເຜົ່າທີ່ອຸດົມສົມບູນໃນເມືອງເວີຍຊານເພື່ອສະແດງສະເໜ່ຂອງເວີຍຊານ.