ສະຫະພາບການທ່ອງທ່ຽວເມືອງມິດຕະພາບສາກົນຄຸນໝິງໄປຢ້ຽມຢາມທັດສະນະວຽງຈັນ

2019-03-21 15:27:38 |ມາຈາກ: Yunnan Gateway

ວັນທີ 20 ມີນາ, ຈຸດເປົ້າໝາຍທີສອງຂອງການເຄື່ອນໄຫວທັດສະນະສຳພາດຢ້ຽມຢາມຂອງສະຫະພາບການທ່ອງທ່ຽວເມືອງມິດຕະພາບສາກົນຄຸນໝິງໄດ້ມາຮອດນະຄອນຫຼວງວຽງຈັນ, ຫ້ອງການເລຂາທິການສະຫະພາບ ກັບກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວຈັດກອງປະຊຸມສົນທະນາກັນ.

ຕາມຮູ້, ໃນປີນີ້, ຫ້ອງການເລຂາທິການຈະເຊີນສື່ມວນຊົນຂອງເມືອງທີ່ເປັນສະມາຊິກຂອງ5ປະເທດອາຊີໃຕ້ແລະອາຊີອາຄະເນ ໄປທັດສະນະສຳພາດແລະຢ້ຽມຢາມທີ່ເມືອງຕ່າງໆຂອງຢຸນນານ ເປັນຕົ້ນແມ່ນ ນະຄອນຄຸນໝິງ,ລີ້ຈ່ຽງ,ເດີຫົງ,ດີ້ຊິງ,ຫົງເຫີ ແລະສິບສອງພັນນາ, ເພື່ອກໍ່ສ້າງຍີ່ຫໍ້ເສັ້ນທາງການທ່ອງທ່ຽວອາຊີໃຕ້ແລະອາຊີອາຄະເນກັບແຂວງຢຸນນານ.ອີກທັງໃນປີນີ້ ຈະຈັດກອງປະຊຸມສົ່ງເສີມດ້ານທຸລະກິດຢູ່ຄຸນໝິງ, ຊຸກຍູ້ການຕະຫຼາດຮ່ວມກັນໃນດ້ານການທ່ອງທ່ຽວໃນລະຫວ່າງເມືອງມິດຕະພາບ.

ຂັ້ນຕໍ່ໄປແມ່ນ, ການເຄື່ອນໄຫວທັດສະນະສຳພາດແລະຢ້ຽມຢາມມຽນມາ,ມາເລເຊຍ ແລະເນປານ, ເຊິ່ງຈະຈັດກອງປະຊຸມສົນທະນາກັບກະຊວງການທ່ອງທ່ຽວຂອງທ້ອງຖິ່ນເຫຼົ່ານັ້ນ.