ມາກິນເຂົ້າປຸ້ນ ເປັນຄຳເຊື້ອເຊີນທີ່ມີຄວາມຈິງໃຈທີ່ສຸກຂອງຄົນຢຸນນານ

2019-03-22 17:23:44 |ມາຈາກ: 《占芭》杂志

ຢູ່ແຂວງຢຸນນານ,“ກິນ”ຖືກເອີ້ນວ່າ“ຊວາຍ”,ເຊິ່ງມີຄວາມໝາຍວ່າມີຊີວິດຊີວາແລະເສລີສະບາຍໃຈ.ຢູ່ນະຄອນຄຸນໝິງຂອງແຂວງຢຸນນານທີ່ມີພົນລະເມືອງ 7 ລ້ານຄົນ,ໃນແຕ່ລະມື້,ກິນເຂົ້າປຸ້ນໝົດປະມານ 600 ໂຕນ,ເທົ່າກັບ 2 ລ້ານ ຖ້ວຍ.

ສະແຫວງຫາອາຫານທີ່ແຊບແມ່ນສັນຊາດຍານຂອງມະນຸດ,ຄົນແຂວງຢຸນນານໄດ້ເສີມຂະຫຍາຍສັນຊາດຍານດັ່ງກ່າວນີ້ຢູ່ໃນເຂົ້າປຸ້ນຖ້ວຍໜຶ່ງຢ່າງດີເລີດ.ເຂົ້າປຸ້ນຢຸນນານມີຫຼາຍປະເພດເຊັ່ນ:ຕົ້ມ,ລວກ,ເຢັນ,ພະໂລ້,ຂົ້ວ,ໃສ່ຊີ້ນຕົ້ມ,ຊີ້ນຈືນ,ແຈ່ວຈືນ,ຈືດສາມຢ່າງ,ໄສ້ ແລະ ເລືອດ,ໜັງໝູ,ປາອ່ຽນ,ຊີ້ນງົວ,ເຕົ້າຮູ້ຮວຍ ແລະ ອື່ນໆເປັນຕົ້ນ…

ເຂົ້າປຸ້ນຢຸນນານຜະລິດດ້ວຍເຂົ້າຈ້າວບໍລິສຸດຂອງພື້ນເມືອງ,ເສັ້ນເຫຼື້ອມມົ້ງໆ,ຫຼັງຈາກຜ່ານອຸນຫະພູມສູງແລ້ວ,ລົດຊາດແຊບຊ້ອຍດີ.

ກ່ອນນີ້ 100 ປີ, ທ່ານ ຈາຍຍົງອ່ານ ເປັນຄົນເມືອງອີຊີໄດ້ນຳເອົາເຂົ້າປຸ້ນໝໍ້ນ້ອຍມາຮອດນະຄອນຄຸນໝິງ,ຫຼັງຈາກນັ້ນ,ໄດ້ປ່ຽນແປງລົດຊາດຂອງຄົນເມືອງຄຸນໝິງແລ້ວ.ສ່ວນຫຼາຍຄົນຄຸນໝິງທີ່ໄດ້ກັບເມືອຈາກທາງໄກ,ເລື່ອງທຳອິດກໍແມ່ນໄປຮ້ານເຂົ້າປຸ້ນກິນເຂົ້າປຸ້ນໝໍ້ນ້ອຍຖ້ວຍໜຶ່ງກ່ອນ,ຈຶ່ງແມ່ນກັບຮອດບ້ານເກີດທີ່ແທ້ຈິງ.ເຂົ້າປຸ້ນໝໍ້ນ້ອຍໄດ້ກາຍເປັນນ້ຳໃຈອັນໜຶ່ງຂອງຄົນເມືອງຄຸນໝິງແລະໄດ້ກາຍເປັນລົດຊາດຂອງບ້ານເກີດແລ້ວ.ແຕ່ງເຂົ້າປຸ້ນໝໍ້ນ້ອຍຖ້ວຍໜຶ່ງມີແຕ່ເສຍເວລາ 4 ຫາ 5 ນາທີຊື່ໆ,ແຕ່ມີຄວາມຕ້ອງການຫຼາຍຕໍ່ວັດຖຸອາຫານ.

ຕ້ອງນຳໃຊ້ເວລາ 8 ຊົ່ວໂມງເພື່ອຂ້ຽວນໍ້າແກງຂຸ້ນແລະນຳເອົາຄວາມຫອມໃນກະດູກໝູ, ຄວາມສົດໃນຊີ້ນໄກ່ ແລະ ຄວາມຂູ້ນໃນຊີ້ນໝູແຮມເມືອງຊຽງເວີ່ຍ.ຜະລິດຊີ້ນມຸ່ນຕ້ອງເອົາຊີ້ນຂາໝູຫຼັງທີ່ປະສົມດ້ວຍຊີ້ນຫຼ້ອນແລະຊີ້ນມັນ,ຟັກເວລາໃດກໍກິນເວລານັ້ນ,ຕ້ອງພະຍາຍາມຮັກສາຄວາມສົດແລະຄວາມຫອມດັ້ງເດີມຂອງຊີ້ນ,ຜັກດອງກໍແມ່ນນຳໃຊ້ຜັກກາດຂຽວທີ່ມີຄວາມພິເສດແລະປູກດ້ວຍຝຸ່ນສັດແບບພື້ນເມືອງ.ຄົນປະຈຸບັນນີ້ມີຄວາມຕ້ອງການຕໍ່ປະສິດທິພາບ,ຜະລິດອອກທີ່ວ່ອງໄວໄດ້ກາຍເປັນຈຸດຂາຍອັນໜຶ່ງທີ່ສຳຄັນ.

ຜະລິດອອກເຂົ້າປຸ້ນໝໍ້ໃຫຍ່ຖ້ວຍໜຶ່ງທີ່ມີລັກສະນະພິເສດມີແຕ່ຕ້ອງເສຍເວລາ 2 ນາທີຊື່ໆ.ຫຼັງຈາກເຂົ້າປຸ້ນລວກສຸກແລ້ວກໍກອບຂຶ້ນແລະໃສ່ນໍ້າແກງຂຸ້ນແລະແຈ່ວບ່ວງໜຶ່ງທີ່ມີລັກສະນະພິເສດແລະມີຫົວຂໍ້ທີ່ແຈ້ງ.ຜັກແປ້ນ,ຜັກຫອມຫໍ້,ຜັກດອງ,ຜົງ
ໝາກແຂ່ນ,ໝາກເຜັດນ້ຳມັນ ແລະ ອື່ນໆເປັນຕົ້ນ,

ສາມາດເລືອກໃສ່ຕາມສະບາຍ.ຄົນຢຸນນານເອີ້ນແຈ່ວເປັນ“ມ້າວຈື”(ມີຄວາມໝາຍວ່າໝວກ),ເຂົ້າປຸ້ນໝໍ້ໃຫຍ່ກໍຖືກເອີ້ນວ່າ“ເຂົ້າປຸ້ນໃສ່ໝວກ”.

ໄກ່ພະໂລ້,ຂາໝູພະໂລ້,ໄສ້ພະໂລ້,ຊີ້ນງົວຕົ້ມເຄັມ,ປາອ່ຽນຕົ້ມເຄັມ,ໜັງໝູຕົ້ມເຄັມ…ແຕ່ລະຢ່າງກໍມີນໍ້າແກງຂຸ້ນແລະລົດຊາດທີ່ແຊບ.ຂົ້ວແຈ່ວ,ແຮງໄຟເປັນສິ່ງສຳຄັນທີ່ສຸດ,ຖ້າໄຟຄ່ອຍແລ້ວ,ຈະຕົ້ມນ້ຳແຈ່ວແລະຊີ້ນມຸ່ນບໍ່ໄດ້,ຖ້າໄຟແຮງໂພດ,ກໍຈະເຮັດໃຫ້ຕິດໝໍ້.

ຊີ້ນງົວມີທາດໂປຼຕີນສູງແລະໄຂມັນຕໍ່າ,ມີລົດຊາດແຊບ.ສະນັ້ນ,ໄດ້ກາຍເປັນຊີ້ນປະເພດໜຶ່ງທີ່ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທົ່ວໂລກ.

ເຂົ້າປຸ້ນຊີ້ນງົວດ້າສູ່ແມ່ນສາຂາທີ່ສຳຄັນຂອງເຂົ້າປຸ້ນຢຸນນານ.ໃນນັ້ນ,ວິທີຜະລິດໄດ້ແບ່ງເປັນສອງປະເພດເຊັ່ນ:ຊີ້ນນ້ຳມັນແລະຊີ້ນແຈ່ວ.ຊີ້ນງົວແຈ່ວອອກຈາກແຈ່ວທີ່ດີບໍ່ໄດ້,ແມ່ນໄດ້ຂົ້ວແຈ່ວສາມຢ່າງນຳກັນເຊັ່ນ:ແຈ່ວເມືອງຈ່າວທ່ອງ,ແຈ່ວເກົ່າຈ່າງອີ່ນທີ່ຕາແສງທັ່ນຊີ ແລະ ແຈ່ວສາມເຈ່ຍ.ຈຳນວນອັດຕາສ່ວນຂອງວັດຖຸດັ່ງກ່າວນີ້ແລະແຮງໄຟຕ້ອງພໍດີຢູ່.

ສຸດທ້າຍ,ໃສ່ໝາກເຜັດນ້ຳມັນບ່ວງໜຶ່ງແລະປຸງລົດຊາດ,ຄວາມຫອມແລະສີອີກເພື່ອເຮັດໃຫ້ລົດຊາດແຊບຫຼາຍ.ອອກແຮງຫຼາຍເພື່ອເຮັດເຂົ້າປຸ້ນຖ້ວຍໜຶ່ງ,ແມ່ນພູມປັນຍາຊີວິດການເປັນຢູ່ຂອງຄົນແຂວງຢຸນນານ.ເມື່ອເວລາມີຄົນແຂວງຢຸນນານຜູ້ໜຶ່ງໄດ້ຊວນທ່ານໃຫ້ມາກິນເຂົ້າປຸ້ນຖ້ວຍໜຶ່ງແດ່ເດີ.ຈົາງຢ່າລັ່ງເລໃຈ,ອັນນີ້ແມ່ນຄຳເຊື້ອເຊີນທີ່ແທ້ຈິງແລະທີ່ມີຄວາມຈິງໃຈຂອງພວກເພິ່ນ.