ນາງສາວ24ຄົນໄດ້ຮັບການຄັດເລືອກເຂົ້າສູ່ຮອບສຸດທ້າຍ ໃນການແຂ່ງຂັນນາງສາວຕັກນຳ້ວັນບຸນສົງການຂອງສິບສອງພັນນາ

2019-03-27 16:33:05 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ບຸນປີໃໝ່ ຈສ 1381 ຫຼື ບຸນສົງການປີ2019 ການແຂ່ງຂັນຄັດເລືອກນາງສາວຕັກນ້ຳ“ຊາເວັນລີ”ຮອບທຳອິດແລະຮອບຮອງຊະນະເລີດໄດ້ເລີ່ມຂຶ້ນແລ້ວທີ່ສະຖານທີ່ທ່ອງທ່ຽວແມ່ນ້ຳຂອງເກົ້າຈວງຊີຊວງຈີນຕະຫຼາດນ້ຳ 6 ປະເທດ ,ມີນາງສາວ24ຄົນໄດ້ຮັບການຄັດເລືອກເຂົ້າແຂ່ງຂັນໃນຮອບສຸດທ້າຍ.

ວັນທີ 12 ເມສາ ,ນາງສາວຜູ້ທີ່ໄດ້ຮັບການຄັດເລືອກຈະເຂົ້າຮ່ວມແຂ່ງຂັນຮອບສຸດທ້າຍໃນສະຖານທີ່ທ່ອງທ່ຽວເກົ້າຈວງຊີຊວງຈີນ.ການແຂ່ງຂັນຮອບສຸດທ້າຍຈະເລືອກເອົາ“ລາຊະທິດາຜູ້ຕັກນຳ້” 7 ຄົນແລະ ນາງສາວຕັກນ້ຳ 5 ຄົນເຂົ້າຮ່ວມພິທີຕັກນ້ຳອວຍພອນໃນບຸນສົງການ.

ກ່ອນການແຂ່ງຂັນຮອບສຸດທ້າຍ,ນາງສາວຜູ້ໄດ້ຮັບການຄັດເລືອກຈະຮ່ວມເຄື່ອນໄຫວ“ການຝຶກອົບຮົມແລະສຳຜັດວັດທະນະທຳຊົນເຜົ່າລື້”,ໂດຍການເຄື່ອນໄຫວຄັ້ງນີ້ຈະເຮັດໃຫ້ນາງສາວຜູ້ເຂົ້າແຂ່ງຂັນມີຄວາມເຂົ້າໃຈວັດທະນະທຳມູນເຊື້ອຊົນເຜົ່າລື້ໃຫ້ເລິກເຊິ່ງຍິ່ງຂຶ້ນ,ຮັບຮູ້ວັດທະນະທຳນິເວດຂອງສິບສອງພັນນາ,ສະແດງວັດທະນະທຳມູນເຊື້ອຊົນເຜົ່າລື້.