ກິດ​ຈະ​ກຳ​ສືບ​ທອດ​ວັດ​ທະ​ນະ​ທຳ​ວ່າວ​ທີ່​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ

2019-03-29 17:11:06 |ມາຈາກ: CRI

ວັ​ນ​ທີ 28 ມີ​ນາ​ນີ້, ເມືອງ​ນ້ອຍ​ວ່າວ​ຕີ້​ສືຫຼີ​ຕາ​ແສງ​ຕ້ຽວ​ເຫີ​ໂຖ ເມືອງ​ອ່ານ​ຊື້ ນະ​ຄອນ​ລາງຟາງ ແຂວງ​ເຫີ​ເປີຍ ໄດ້​ຈັດ​ກິດ​ຈະ​ກຳ​ສືບ​ທອດ​ວັດ​ທະ​ນະ​ທຳ​ວ່າວ​ທີ່​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ ໂດຍ​ໄດ້​ເຊື້ອ​ເຊີ​ນ​ສິ​ລະ​ປິນມາ​ໃຫ້ຄວາມ​ຮູ້​ດ້ານ​ວັດ​ທະ​ນະ​ທຳ​ວ່າວ ແລະ​ສອນ​ເດັກ​ນ້ອຍ​ເຮັດ​ວ່າວ. ວ່າວ​ຕີ້​ສືຫຼີ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງ​ແຂວງ​ເຫີ​ເປີຍ, ທ້ອງ​ຖິ່ນ​ນີ້​ມີ​ ​ວ່າວ​​ໃນ​ຮູບ​ແບບ​ຂອງພະ​ລາ​ຊະ​ວັງ 200 ກວ່າ​ຊະ​ນິດ,​ມີ​ສູດຜະ​ລິດ​ວ່າວ​ແລະ​ສູດ​ປ່ອຍ​ວ່າວຫຼາຍ​ສິບ​ຊະ​ນິດ.