ເດືອນເມສາ,ມາຢຸນນານສະເຫລີມສະຫລອງງານບຸນຕ່າງໆຮ່ວມກັນກັບຊົນເຜົ່ານ້ອຍ

2019-04-02 17:45:07 |ມາຈາກ: Yunnan Gateway

ບຸນໝາກນຳ້ເຕົ້າ

ເວລາ:ວັນທີ 8-10 ເມສາ

ສະຖານທີ່:ເມືອງລ້ານຊ້າງນະຄອນພູເອີ

ກິດຈະກຳ:ບຸນໝາກນຳ້ເຕົ້າເປັນບຸນມູນເຊື້ອທີ່ຍິ່ງໃຫຍ່ທີ່ສຸດຂອງຂອງປະຊາຊົນຊົນເຜົ່າລາກູເມືອງລ້ານຊ້າງ.ໃນລະຫວ່າງບຸນໝາກນຳ້ເຕົ້າ,ປະຊາຊົນຊົນເຜົ່າລາກູຂອງທຸກບ້ານຈະເຕົ້າໂຮມທີ່ສະຫນາມຂອງບ້ານຕົນເອງ, ນຸ່ງເຄື່ອງນຸ່ງຊົນເຜົ່າທີ່ສວຍງາມ,ຮ້ອງເພງແລະເຕັ້ນລຳ, ແບ່ງປັນເຫລົ້າແລະອາຫານ, ຮ່ວມກັນສະເຫຼີມສະຫຼອງບຸນໝາກນຳ້ເຕົ້າ.