ຮີດຄອງປະເພນີຂອງວັນຊິງໝິງມີຫຍັງແນ່

2019-04-04 17:44:01 |ມາຈາກ: Yunnan Gateway

ວັນຊິງໝິງ(ຫລືທີ່ຄົນລາວຮູ້ຈັກໃນຊື່ວັນເຊັງເມັ້ງ) ເປັນວັນບຸນທີ່ເກົ່າແກ່ຂອງປະຊາຊົນບັນດາເຜົ່າປະເທດຈີນ,ໂດຍທົ່ວໄປວັນຊິງໝິງຈະຢູ່ໃນຊ່ວງກ່ອນຫລືຫລັງຂອງວັນທີ5 ເມສາ  ,ນອກຈາກປະເທດຈີນແລ້ວ,ຍັງມີບາງປະເທດແລະເຂດແຄວ້ນໃນໂລກທີ່ສະຫຼອງວັນຊິງໝິງເຊັ່ນດຽວກັນຄື:ປະເທດຫວຽດນາມ,ປະເທດເກົາຫລີໃຕ້,ປະເທດມາເລເຊຍ,ປະເທດສິງກະໂປແລະອື່ນໆ,ຮີດຄອງປະເພນີໃນວັນຊິງໝິງຂອງຈີນມີຫຍັງແນ່,ພວກເຮົາມາເບິ່ງນຳກັນ.

ປັດກວາດສຸສານແລະໄຫວ້ບູຊາ

ໃນປະຫວັດສາດຈີນ,ໃນວັນຊິງໝິງຈະດຳເນີນການປັດກວາດສຸສານແລະໄຫວ້ບູຊາເຊິ່ງເປັນຮີດຄອງປະເພນີມູນເຊື້ອທີ່ສືບທອດມາຮອດທຸກມື້ນີ້.ປັດຈຸບັນ,ໃນວັນຊິງໝິງຄົນຈີນຈະໄປສຸສານບັນພະບຸລຸດຂອງຕົນເອງເພື່ອໄຫວ້ບູຊາແລະປັດກວາດສຸສານ,ເພື່ອລະນຶກເຖິງບັນພະບຸລຸດ.

ໄປທ່ຽວນອກເມືອງ

ວັນຊິງໝິງເປັນເວລາທີ່ດີໃນການເດີນທາງໄປທ່ຽວໃນລະດູບານໃໝ່,ອາໄສເອົາໂອກາດທີ່ໄປປັດກວາດສຸສານ,ຄອບຄົວກໍ່ຍັງສາມາດໄປທ່ຽວຢູ່ນອກເມືອງໄດ້,ຊົນເບິ່ງພາບວິວທິວທັດລະດູບານໃໝ່,ດ້ວຍເຫດນັ້ນການໄປທ່ຽວນອກເມືອງຈຶ່ງເປັນເນື້ອໃນອັນສຳຄັນຂອງວັນຊິງໝິງ.

ຊຳງ່າຕົ້ນຫຼິວ

ວັນຊິງໝິງເປັນເວລາແຕກໜໍ່ຈໍ່ແໜງຂອງຕົ້ນຫລິວ,ໃນລະຫວ່າງວັນຊິງໝິງ,ປະຊາຊົນມີປະເພນີການປິດງ່າຕົ້ນຫລິວ, ຖືຕົ້ນຫລິວແລະຊຳງ່າຕົ້ນຫຼິວ

ທ່ຽວຫຼິ້ນ

ນອກຈາກປະເພນີທີ່ກ່າວມາຂ້າງເທິງນັ້ນ,ໃນວັນຊິງໝິງຍັງມີປະເພນີການຫຼີ້ນທີ່ຫລາກຫຼາຍເຊັ່ນ:ການຫຼິ້ນວ່າວ,ຫຼິ້ນໂອ້ນຊາ,ຍິງທະນູ, ເຕະກະຕໍ້ແລະອື່ນໆ,ຕະຫລອດຫລາຍຮ້ອຍພັນປີມານີ້, ປະເພນີການຫຼິ້ນເຫຼົ່ານີ້ກໍຍັງໄດ້ຮັບຄວາມມັກຮັກຈາກປະຊາຊົນ.