ອາຫານເອກະລັກພິເສດທີ່ຕ້ອງກິນໃນວັນຊິງໝິງ

2019-04-04 17:49:34 |ມາຈາກ: Yunnan Gateway

ວັນຊິງໝິງ(ຫລືທີ່ຄົນລາວຮູ້ຈັກໃນຊື່ວັນເຊັງເມັ້ງ),ບຸນກຸດຈີນ,ບຸນຊ່ວງເຮືອແລະບຸນໄຫວ້ພະຈັນ,ຖືກເອີ້ນວ່າເປັນສີ່ບຸນດັ້ງເດີມໃຫຍ່ຂອງຈີນ,ເມື່ອຮອດວັນບຸນ,ຄົນຈີນຈະເລືອກອາຫານທີ່ພິເສດກິນໃນມື້ບຸນ.ໃນມື້ບຸນກຸດຈີນກ້ຽວແມ່ນອາຫານທີ່ຂາດບໍ່ໄດ້,ບຸນຊ່ວງເຮືອຕ້ອງກິນເຂົ້າຕົ້ນ,ບຸນໄຫວ້ພະຈັນກິນເຂົ້າໜົມໄຫວ້ພະຈັນ,ແລ້ວໃນວັນຊິງໝິງ,ຄົນຈີນກິນຫຍັງ?

ກິນເຂົ້າໜົມສີຂຽວທີ່ເຮັດດ້ວຍແປ້ງເຂົ້າໜຽວແລະຜັກປ່າ

ໃນວັນຊິງໝິງ,ປະຊາຊົນໃນພາກໃຕ້ກິນເຂົ້າໜົມສີຂຽວ,ເຊິ່ງເປັນເຂົ້າໜົມທີ່ເຮັດດ້ວຍແປ້ງເຂົ້າໜຽວແລະນ້ຳຜັກປ່າ,ລົດຊາດຫອມສົດຊື່ນ.ໃນພາກເໜືອບໍ່ມີຜັກປ່າສົດ,ຈຶ່ງໃຊ້ໝາກທັນແລະແປ້ງເຂົ້າໜຽວເຮັດເຂົ້າໜົມ,ລົດຊາດຫອມຫວານຫລາຍ.

ເຂົ້າໜົມແປ້ງບາງມີໄສ້(ປາວປິງ)

ໃນນະຄອນເຊ້ຍເຫມີນ,ວັນຊິງໝິງຫລັງຈາກທີ່ຄອບຄົວໄດ້ປັດກວາດສຸສານແລ້ວຈະມາຮ່ວມກັນກິນເຂົ້າໜົມແປ້ງບາງມີໄສ້(ປາວປິງ)ນຳກັນ.

ອົບປາ

ໃນລະຫວ່າງວັນຊິງໝິງ,ຈະກິນອົບປາ,ເຊິ່ງເປັນອາຫານທີ່ມີທາດບຳລຸງລ້ຽງທີ່ອຸດົມສົມບູນ.

ເຫີຈີ້ຜັກແປ້ນ(ໃຊ້ຜັກແປ້ນເຮັດເປັນເຂົ້າໜົມມີໄສ້)

ໃນລະດູບານໃໝ່ຜັກແປ້ນຈະມີຄຸນນະພາບທີ່ດີທີ່ສຸດ,ໃນລະຫວ່າງວັນຊິງໝິງ,ການກິນເຫີຈີ້ຜັກແປ້ນ,ຈະເປັນການເພີ່ມພູມຕ້ານທານໃນຮ່າງກາຍໃຫ້ສູງຂຶ້ນ,ທັງຍັງຊ່ວຍຂັບທາດພິດອອກຈາກຮ່າງກາຍ.

ຜັກບົ່ວແລະເຂົ້າໜົມໄຂ່

ວັນຊິງໝິງ,ໃນນະຄອນຊິງຕາວຫຼາຍຄອບຄົວກໍ່ກິນຜັກບົ່ວແລະເຂົ້າໜົມໄຂ່,ເຊິ່ງມັນມີໝາຍຄວາມວ່າສະຫຼາດຫລັກແຫລມ,ເຊິ່ງປະເພນີນີ້ກໍໄດ້ສືບທອດມາຮອດປັດຈຸບັນ.

ວັນຊິງໝິງຈະມາຮອດແລ້ວ,ທ່ານໄດ້ກະກຽມກິນອາຫານທີ່ມີລົດຊາດຫວານແລະດີຕໍ່ສຸຂະພາບເຫຼົ່ານີ້ແລ້ວຫລືຍັງ?