ທາງລົດໄຟເສັ້ນທຳອິດຂອງຢຸນນານ--ລົດໄຟຢຸນນານ-ຫວຽດນາມ

2019-04-09 17:38:15 |ມາຈາກ: Yunnan Gateway

ຫຼາຍຮ້ອຍກວ່າປີກ່ອນ,ໃນແຂວງຢຸນນານບໍ່ມີເສັ້ນທາງສຳຫລັບລົດ,ແຕ່ມີລົດໄຟຂ້າມປະເທດກໍຄື--ລົດໄຟຢຸນນານ-ຫວຽດນາມ.

ລົດໄຟຢຸນນານ-ຫວຽດນາມເປັນລົດໄຟສາຍທຳອິດຂອງແຂວງຢຸນນານ,ທັງເປັນລົດໄຟ“ຮາງແມັດ”ແຫ່ງໜຶ່ງທີ່ມີບໍ່ຫຼາຍໃນທົ່ວປະເທດຈີນ.

ຮາງແມັດ,ຫມາຍເຖິງຮາງລົດໄຟແຕ່ລະຮາງຫ່າງກັນ 1 ແມັດ.ລົດໄຟຢຸນນານ-ຫວຽດນາມມີຄວາມຍາວທັງຫມົດ 855 ກີໂລແມັດ,ຄວາມຍາວຂອງຝັ່ງທາງຫວຽດນາມຍາວ 389 ກີໂລແມັດ, ສ່ວນຂອງຢຸນນານຍາວ 466 ກີໂລແມັດ.

ລົດໄຟນີ້ກໍ່ສ້າງໃນເດືອນ ຕຸລາ ປີ1903,ກໍານົດເປີດນຳໃຊ້ໃນເດືອນ ມັງກອນ ປີ 1910.ຮອດປັດຈຸບັນມີປະຫວັດສາດຮ້ອຍປີແລ້ວ.

ລົດໄຟຢຸນນານ-ຫວຽດນາມເປັນລົດໄຟເສັ້ນທີສາມຂອງປະເທດຈີນ,ເຮັດໃຫ້ຢຸນນານເຊິ່ງເປັນແຂວງທີ່ຖືກປິດລ້ອມທີ່ສຸດກາຍເປັນພຶ້ນທີ່ທີ່ເປີດກວ້າງທີ່ສຸດໃນຊົ່ວພິບຕາດຽວ.

ລົດໄຟຢຸນນານ-ຫວຽດນາມເລີ່ມນັບແຕ່ນະຄອນຄຸນໝິງຮອດເມືອງເຫີຄົວຂອງຊາຍແດນຈີນ-ຫວຽດນາມແລະສຸດທ້າຍຮອດເມືອງຫາຍຝັງປະເທດຫວຽດນາມ.

ເມືອງທີ່ລຽບຕາມເສັ້ນທາງລົດໄຟມີເມືອງຄຸນໝິງ,ຈຽນຊວຍ,ມົງຈີ້ແລະອື່ນໆ.ຕະຫລອດຮ້ອຍປີທີ່ຜ່ານມາ,ເມືອງເຫລົ່ານີ້ກໍ່ໄດ້ຮັບໂອກາດການພັດທະນາທີ່ຍິ່ງໃຫຍ່.

ຕາມເສັ້ນທາງລົດໄຟຍັງມີພູຜາປ່າດົງ,ແມ່ນ້ຳລຳເຊ,ມີເຂດທົ່ງຫຍ້າຂະຫນາດໃຫຍ່ແລະອື່ນໆ.ເສັ້ນທາງທີ່ລົດໄຟແລ່ນກາຍມີອາກາດທີ່ດີ,ພາບວິວທິວທັດສວຍງາມ,ລ້ວນແຕ່ເປັນສະຖານທີ່ທີ່ດີທີ່ສຸດໃນການເດີນທາງ.